ທ່ານສີຈິ້ນຜິງ: ຂ້າພະເຈົ້າປາຖະໜາໄປຕຸ່ນຫວງ

2023-02-18 15:50:42 CRI


    ນັບແຕ່ບູຮານນະການມານີ້, ອະລິຍະທຳຈີນແມ່ນມີຊື່ສຽງຢູ່ໃນໂລກຍ້ອນມີລັກສະນະເປີດກວ້າງ ແລະ ກວມລວມ, ເກີດມີພະລັງຊີວິດໃໝ່ຢ່າງບໍ່ຢຸດຢັ້ງໃນການແລກປ່ຽນກັບອະລິຍະທຳອື່ນ. ວັດທະນະທຳຕຸ່ນຫວງແມ່ນເປັນຕົວແທນທີ່ພົ້ນເດັ່ນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຕົນເອງດ້ານວັດທະນະທຳຂອງປະຊາຊາດຈີນ. ປັດຈຸບັນນີ້, ຈີນໄດ້ເປີດຂໍ້ມູນດີຈີຕອນທີ່ມີຄວາມລະອຽດສູງ 6500 ກວ່າສະບັບທີ່ມາຈາກບູຮານສະຖານຖ້ຳໂມ້ກ່າວ ຂອງຕຸ່ນຫວງ ແລະເອກະສານໃນຖ້ຳເກັບມ້ຽນຄຳພີຂອງຕຸ່ນຫວງເພື່ອໃຫ້ທົ່ວໂລກໄດ້ຊົມໃຊ້ຮ່ວມກັນ. ຕຸ່ນຫວງ ເປັນຈຸດເຊື່ອມຈອດກັນຂອງ 4 ອະລິຍະທຳບູຮານທີ່ເປັນຂອງຈີນ, ແລະເປັນຂອງໂລກ. ເມື່ອໄປຮອດຕຸ່ນຫວງແລ້ວ, ທ່ານຈະມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າເກົ່າຕໍ່ຂໍ້ສະເໜີຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ຄື “ການແລກປ່ຽນລະຫວ່າງອະລິຍະທຳ”.