ອາເມຣິກາແລະກຸ່ມ G7 ຈະລົງໂທດຮອບໃໝ່ຕໍ່ຣັດເຊຍ

2023-02-18 14:25:57 CRI

    ວັນທີ 16 ກຸມພານີ້, ສື່ມວນຊົນຣັດເຊຍລາຍງານວ່າ, ນາງວິກໂຕເຣຍ ນູແລນ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວໃນຫວ່າງມໍ່ໆນີ້ວ່າ, ອາເມຣິກາ ແລະ ກຸ່ມ G7 ຈະລົງໂທດຂະໜາດໃຫຍ່ຮອບໃໝ່ຕໍ່ຣັດເຊຍ.ສ່ວນເປົ້າໝາຍຂອງການລົງໂທດຮອບນີ້ລວມທັງການເພີ່ມການລົງໂທດຕໍ່ຂົງເຂດທີ່ໄດ້ລົງໂທດແລ້ວ ຍັງລວມທັງເຕັກນິກວິທະຍາສາດ ແລະ ອຸປະກອນຂອງອຸດສາຫະກຳປ້ອງກັນປະເທດຂອງຣັດເຊຍ ແລະ ອື່ນໆ. ນອກນີ້, ການລົງໂທດຮອບນີ້ຍັງຈະມີອຸດສາຫະກຳການທະນາຄານ.


 

     ນັບແຕ່ຣັດເຊຍ ກັບ ອູແກຣນເກີດການປະທະກັນເປັນຕົ້ນມາ, ປະເທດຕາເວັນຕົກທີ່ນຳໂດຍອາເມຣິກາໄດ້ລົງໂທດຕໍ່ຣັດເຊຍຢ່າງບໍ່ຢຸດຢັ້ງ. ຕໍ່ເລື່ອງນີ້,ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍເຄີຍກ່າວວ່າ, ຕາເວັນຕົກລົງໂທດຕໍ່ຣັດເຊຍທີ່ບໍ່ເຄີຍມີມາກ່ອນ ໂດຍມີຈຸດປະສົງທຳລາຍເສດຖະກິດຂອງຣັດເຊຍຢ່າງເຖິງຖອງໃນເວລາສັ້ນ, ແຕ່ທີ່ຈິງແລ້ວ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງລັດຖະບານ, ອົງການການເງິນ ແລະ ທ້ອງຖິ່ນຕ່າງໆຂອງຣັດເຊຍ, ສະພາບການເສດຖະກິດຂອງຣັັດເຊຍໄດ້ຮັກສາຄວາມໝັ້ນຄົງ.