ກຳປັ່ນທີ່ມີຊາວອົບພະຍົບໂຣຮີງຢາ 69 ຄົນລຳໜຶ່ງຄ້າງຢູ່ຝັ່ງທະເລພາກຕາເວັນຕົກຂອງອິນໂດເນເຊຍ

2023-02-18 14:32:11 CRI

 

    ສື່ມວນຊົນອິນໂດເນເຊຍລາຍງານວ່າ, ວັນທີ 16 ກຸມພານີ້, ກຳປັ່ນທີ່ມີຊາວອົບພະຍົບໂຣຣີງຢາ 69 ຄົນລຳໜຶ່ງຄ້າງຢູ່ຝັ່ງທະເລເຂດພິເສດອາເຈະ ພາກຕາເວັນຕົກຂອງອິນໂດເນເຊຍ. ພາກສ່ວນທີ່ກ່ຽວຂ້ອງຂອງອິນໂດເນເຊຍຈະສົ່ງຊາວພົບພະຍົບເຫຼົ່ານີ້ໄປຮອດບ່ອນຈັດສັນ, ຫຼັງຈາກນັ້ນ ອົງການສະຫະປະຊາຊາດ ແລະ ອົງການຊ່ວຍເຫຼືອມະນຸດສະທຳອື່ນໆຈະດຳເນີນວຽກງານການຈັດສັນຕາມຫຼັງ.