ຖ້ອຍຄວາມກ່ຽວກັບສິ່ງແວດລ້ອມຂອງລັດຖະບານອາເມຣິກາເຮັດໃຫ້ຝ່າຍຕ່າງໆສົງໄສ ພາຍຫຼັງເກີດເຫດການລົດໄຟຂົນສົ່ງເຄມີພັນຕົກລາງ

2023-02-18 16:28:45 cri


ຫຼັງຈາກເຫດການລົດໄຟຂົນສົ່ງເຄມີພັນຕົກລາງຢູ່ລັດໂອໄຮໂອໄດ້ເກີດຂຶ້ນເກືອບສອງອາທິດ, ວັນທີ 16 ກຸມພານີ້, ທ່ານ ໄມເຄິນ ຣິກັນ ຫົວໜ້າອົງການອະນຸລັກສິ່ງແວດລ້ອມອາເມຣິກາໄດ້ເດີນທາງໄປເມືອງປາເລສຕິນຕາເວັນອອກ, ຫວັງຢາກຮັບປະກັນຕໍ່ຊາວທ້ອງຖິ່ນທີ່ມີຄວາມວະແວງສົງໄສນັ້ນວ່າ: ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນແລ້ວ, ເມືອງປາເລສຕິນຕາເວັນອອກແມ່ນມີຄວາມປອດໄພ. ແຕ່ຄວາມເວົ້າແບບນີ້ບໍ່ໄດ້ຮັບການຮັບຮອງຈາກປະຊາຊົນທ້ອງຖິ່ນ.

ອີງຕາມຕົວເລກຂໍ້ມູນຕິດຕາມວັດແທກທີ່ທາງການອາເມຣິກາເປີດເຜີຍ, ບໍ່ພຽງແຕ່ປະຊາຊົນທ້ອງຖິ່ນບໍ່ໄດ້ຮັບຮອງເທົ່ານັ້ນ, ຜູ້ຊ່ຽວຊານດ້ານສິ່ງແວດລ້ອມກໍ່ບໍ່ໄດ້ຮັບຮອງເຊັ່ນກັນ. ຜູ້ຊ່ຽວຊານດ້ານສິ່ງແວດລ້ອມຂອງມະຫາວິທະຍາໄລຈອນ ຮອບກິນສ ກ່າວວ່າ: ເຖິງວ່າເຈົ້າໜ້າທີ່ລັດຖະບານຮັບປະກັນວ່າ: ອາກາດຢູ່ອ້ອມຂ້າງສະຖານທີ່ເກີດເຫດການລົດໄຟຂົນສົ່ງເຄມີພັນຕົກລາງແມ່ນມີຄວາມປອດໄພ, ແຕ່ທ່ານເຫັນວ່າ: ການກັບຄືນໄປດຳລົງຊີວິດຢູ່ເມືອງປາເລສຕິນຕາເວັນອອກໃນປັດຈຸບັນແມ່ນບໍ່ປອດໄພ. ເພາະວ່າ ເມື່ອເບິ່ງຈາກມູມວິຊາການແລ້ວ, ປັດຈຸບັນ, ການຕິດຕາມວັດແທກອາກາດທ້ອງຖິ່ນຂອງທາງການ ບໍ່ວ່າແມ່ນອຸປະກອນຫຼືຕົວເລກຂໍ້ມູນວັດແທກ, ກໍບໍ່ສາມາດເຮັດໃຫ້ຄົນທັງຫຼາຍເຊື່ອໃຈຢ່າງພຽງພໍ.