ຣັດເຊຍຮຽກຮ້ອງໃຫ້ອາເມຣິກາເປີດເຜີຍຂໍ້ມູນກ່ຽວກັບການລະເບີດທໍ່ສົ່ງແກັສທຳມະຊາດໂນດສຈິມ

2023-02-18 16:27:58 cri


ວັນທີ 8 ກຸມພານີ້, ທ່ານຊິໂມ ເຮີສ ນັກຂ່າວສຳຫຼວດອາວຸໂສອາເມຣິກາໄດ້ເຜີຍແຜ່ບົດຄວາມກ່ຽວກັບເຫດການລະເບີດແຕກຂອງທໍ່ສົ່ງແກັສທຳມະຊາດໂນດສຈິມ ໂດຍຊີ້ໃຫ້ເຫັນໂດຍກົງວ່າ: ລັດຖະບານອາເມຣິກາເປັນຜູ້ວາງແຜນກໍ່ເຫດການນີ້ໂດຍກົງ, ແຕ່ລັດຖະບານອາເມຣິກາໄດ້ປະຕິເສດສຸດຂີດຕໍ່ກັບເລື່ອງນີ້ ແລະກ່າວວ່າ: ບົດຄວາມສຳຫຼວດດັ່ງກ່າວແມ່ນ “ເລື່ອງແຕ່ງທັງນັ້ນ”.

ວັນທີ 17 ກຸມພານີ້, ທ່ານນາງມາເຣຍ ຈາຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ເຂດທີ່ເກີດເຫດການລະເບີດແຕກຂອງທໍ່ສົ່ງແກັສທຳມະຊາດໄດ້ຕິດຕັ້ງລະບົບຕິດຕາມຄວບຄຸມຂອງອົງການນາໂຕຢ່າງທົ່ວເຖິງ, ອາເມຣິກາຄວນເປີດເຜີຍຂໍ້ມູນກ່ຽວຂ້ອງທີ່ໄດ້ເກັບກຳໄວ້ມາຢັ້ງຢືນຄວາມບໍລິສຸດຂອງຕົນ.

ທ່ານນາງມາເຣຍ ຈາຮາໂຣວາກ່າວວ່າ: ຖ້າຫາກວ່າບົດຄວາມແລະຕົວເລກຂໍ້ມູນທີ່ທ່ານເຊໂມ ເຮີສ ເຜີຍແຜ່ນັ້ນ ບໍ່ມີມູນຄ່າຕໍ່ອາເມຣິກາ, ຄັນຊັ້ນ ອາເມຣິກາກໍມີໜ້າທີ່ຮັບຜິດຊອບໃນການເປີດເຜີຍຂໍ້ມູນທີ່ຕົນໄດ້ເກັບກຳໄວ້ ພ້ອມທັງຕ້ອງມີເລື່ອງຈິງແລະຕົວເລກຂໍ້ມູນຄຳປະກັນໃນເວລາເປີດເຜີຍ, ອາເມຣິກາມີຕົວເລກຂໍ້ມູນເຫຼົ່ານີ້.