ລັດຖະບານມະເລເຊຍຈະຮັກສາລະບຽບການຄວບຄຸມລາຄາສິນຄ້າແລະອຸດໜູນສິນຄ້າພິເສດ

2023-02-18 16:27:08 cri


ວັນທີ 17 ກຸມພານີ້, ສື່ມວນຊົນມະເລເຊຍລາຍງານວ່າ: ຫວ່ງມໍ່ໆນີ້, ທ່ານອັນວາ ໄອບຣາຮິມ ນາຍົກລັດຖະມົນຕີມະເລເຊຍກ່າວວ່າ: ເພື່ອສະກັດກັ້ນໄພເງິນເຟີ້, ລັດຖະບານມີແຜນການຈະຮັກສາລະບຽບການຄວບຄຸມລາຄາສິນຄ້າແລະອຸດໜູນສິນຄ້າພິເສດທີ່ມີຢູ່ໃນປັດຈຸບັນ, ຄາດວ່າ ຈະສາມາດຄວບຄຸມບັນຫາທີ່ລາຄາສິນຄ້າເພີ່ມສູງຂຶ້ນຢ່າງມີປະສິດທິຜົນພາຍໃນປີ 2023.

ອີງຕາມຜົນການສຳຫຼວດຂອງກົມສະຖິຕິມະເລເຊຍໃຫ້ຮູ້ວ່າ: ຖ້າຫາກບໍ່ມີລະບຽບດັ່ງກ່າວ, ລະດັບໄພເງິນເຟີ້ຂອງປະເທດຕົນຈະຫຼາຍກວ່າ 10%. ຕົ້ນທຶນການດຳລົງຊີວິດເພີ່ມສູງຂຶ້ນ ແລະລາຄາສິນຄ້າເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ນີ້ແມ່ນສິ່ງທ້າທາຍສຳຄັນທີ່ເສດຖະກິດມະເລເຊຍພວມປະເຊີນຢູ່ໃນຕໍ່ໜ້ານີ້.