ກະຊວງການຕ່າງປະເທດຈີນແນະນຳສະພາບກ່ຽວກັບປະທານາທິບໍດີອີຣານຢ້ຽມຢາມຈີນ

2023-02-18 14:22:39 CRI

    ວັນທີ 17 ກຸມພານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມສະພາບກ່ຽວກັບປະທານາທິບໍດີອີຣານຢ້ຽມຢາມຈີນ.



    ທ່ານຫວ່າງເວີນປິ່ນກ່າວວ່າ,ໃນໄລຍະທ່ານຊາອິດ ອິບຣາຮີມ ໄຣຊີ ປະທານາທິບໍດີອີຣານຢ້ຽມຢາມຈີນ, ຜູ້ນຳສອງປະເທດໄດ້ຈັດການເຈລະຈາແບບໄມຕີຈິດ ໂດຍໄດ້ຮັບຄວາມຮັບຮູ້ຄືນກັນຢ່າງກວ້າງຂວາງ, ສອງຝ່າຍຍັງເປັນເອກະສັນກັນເຫັນດີຈະເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງຝ່າຍກົງກັນຂ້າມ, ພ້ອມກັນຊຸກຍູ້ການຮ່ວມມືທີີ່ຕິດແທດຕົວຈິງຂອງສອງປະເທດ. ສອງຝ່າຍຍິນດີພ້ອມກັນຮັກສາຫຼັກການທີ່ບໍ່ແຊກແຊງວຽກງານພາຍໃນ, ຊຸກຍູ້ເຂດຕາເວັນອອກກາງໃຫ້ມີສັນຕິພາບ ແລະ ສະຖຽນລະພາບ, ຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ. ຈີນເດັດດ່ຽວສະໜັບສະໜູນປະເທດຕາເວັນອອກກາງສາມັກຄີກັນດຳເນີນການຮ່ວມມື, ແກ້ໄຂບັນຫາຄວາມໝັ້ນຄົງໃນພາກພື້ນ,ສະໜັບສະໜູນປະຊາຊົນຕາເວັນອອກກາງໃຫ້ຊອກຄົ້ນເສັ້ນທາງການພັດທະນາຢ່າງເປັນເອກະລາດ ແລະ ເປັນເຈົ້າຕົນເອງ.