ເລື່ອງລາວກ່ຽວກັບທ່ານສີຈິ້ນຜິງໃຫ້ຄວາມເອົາໃຈໃສ່ວຽກງານອະນຸລັກດິນບໍລິເວນນ້ຳ

2023-02-18 11:03:02 cri



ໃນຖານະເປັນ “ໝາກໄຂ່ຫຼັງຂອງໜ່ວຍໂລກ”, ດິນບໍລິເວນນ້ຳມີບົດບາດສຳຄັນໃນດ້ານຕ່າງໆເຊັ່ນ: ຮັກສາແຫຼ່ງນ້ຳ, ປັບປຸງຄຸນນະພາບນ້ຳໃຫ້ດີຂຶ້ນ, ຮອງຮັບນ້ຳຖ້ວມເພື່ອຕ້ານແລ້ງ, ປັບປຸງດິນຟ້າອາກາດແລະປົກປັກຮັກສາຊີວະນານາພັນເປັນຕົ້ນ. ການອະນຸລັກດິນບໍລິເວນນ້ຳເປັນເນື້ອໃນສຳຄັນແຫ່ງການສ້າງສາຄວາມສີວິໄລດ້ານນິເວດຂອງຈີນ, ເຊິ່ງກ່ຽວພັນເຖິງຄວາມໝັ້ນຄົງແຫ່ງຊາດດ້ານນິເວດ, ກ່ຽວພັນເຖິງການພັດທະນາເສດຖະກິດສັງຄົມແບບຍືນຍົງ, ກ່ຽວພັນເຖິງຄວາມຍືນຍົງຄົງຕົວແລະຄວາມສົມບູນພູນສຸກຂອງລູກຫຼານປະຊາຊາດຈີນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງດິນບໍລິເວນນ້ຳໃນເວລາທີ່ເພິ່ນລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຕ່າງໆ, ເພິ່ນມີຄວາມຫ່ວງໃຍມາໂດຍຕະຫຼອດຕໍ່ກັບວຽກງານການອະນຸລັກແລະຟື້ນຟູດິນບໍລິເວນນ້ຳ.

 



ດິນບໍລິເວນນ້ຳໜອງສາວຫູ

  ເດືອນສິງຫາປີ2020, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວສຳຫຼວດຄົ້ນຄວ້າວຽກງານດ້ານຕ່າງໆຢູ່ແຂວງອ່ານຮຸຍເຊັ່ນ: ການເພີ່ມທະວີການປ້ອງກັນນ້ຳຖ້ວມ,ກູ້ໄພແລະການສ້າງສາຄືນໃໝ່ຫຼັງຈາກໄພພິບັດເປັນຕົ້ນ.

 

   ພາຍຫຼັງໄດ້ຮັບຮູ້ຢ່າງລະອຽດກ່ຽວກັບການປ້ອງກັນນ້ຳຖ້ວມ,ກູ້ໄພ, ການເສີມສ້າງຄວາມໝັ້ນແກ່ນຂອງຝາຍ ແລະວຽກງານລາດຕະເວນກວດກາຄັນຄູໜອງສາວຫູນະຄອນເຫີເຝີຍແຂວງອ່ານຮຸຍແລ້ວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ຍຶດໝັ້ນກຳນົດບົດບາດແລະວາງແຜນພັດທະນາເຂດກັກເກັບນ້ຳຢູ່ດິນບໍລິເວນນ້ຳທຳມະຊາດ ເພື່ອປ້ອງກັນບໍ່ໃຫ້ຖືກກືນກິນຍຶດຄອງ, ປົກປັກຮັກສາດິນບໍລິເວນນ້ຳທຳມະຊາດໃຫ້ເສີມຂະຫຍາຍບົດບາດໃນການຮອງຮັບນ້ຳຖ້ວມ ແລະອະນຸລັກສິ່ງແວດລ້ອມນິເວດ. ທ່ານສີຈິ້ນຜິງກ່າວວ່າ:

 

  “ພາຍຫຼັງນ້ຳຖ້ວມບົກແຫ້ງແລ້ວ, ຕ້ອງປ້ອງກັນບໍ່ໃຫ້ມີປາກົດການທີ່ນ້ຳບົກແຫ້ງແລ້ວ,ຄົນເຂົ້າໄປພັດທະນາຢູ່ເຂດຮອງຮັບນ້ຳຖ້ວມ. ພວກເຮົາຄັນຢາກບັນລຸເປົ້າໝາຍທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ,ກໍຕ້ອງບໍ່ໃຫ້ຍາດພື້ນທີ່ແຫ່ງການພັດທະນາຈາກທຳມະຊາດ.”  ຄົນກັບທຳມະຊາດເປັນປະຊາຄົມຮ່ວມຊີວິດ. ສິ່ງແວດລ້ອມນິເວດບໍ່ມີສິ່ງອື່ນໃດທີ່ຈະສາມາດທົດແທນໄດ້, ເວລາຄົນເຮົາຊົມໃຊ້ຜົນປະໂຫຍດຈາກທຳມະຊາດແມ່ນບໍ່ຮູ້ສຶກຕົວ, ຖ້າຫາກສູນເສຍໄປແລ້ວກໍຈະຍືນຍົງຄົງຕົວໄດ້ຍາກ. ມີພຽງແຕ່ເອົາໃຈໃສ່ຖະໜອມຮັກສາດິນບໍລິເວນນ້ຳຢ່າງເປັນປົກກະຕິເທົ່ານັ້ນ, ຈິ່ງຈະສາມາດເສີມຂະຫຍາຍບົດບາດຂອງດິນບໍລິເວນນ້ຳຢ່າງເຕັມທີ່ໃນຈຸດເວລາອັນສຳຄັນທີ່ສຸດ.

 

  ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳຢ່າງຈິງໃຈວ່າ: “ຕ້ອງປົວແປງໜອງສາວຫູໃຫ້ດີ, ປົກປັກຮັກສາດິນບໍລິເວນນ້ຳທຳມະຊາດໃຫ້ດີ, ເຮັດໃຫ້ໜອງສາວຫູກາຍເປັນສັນຍາລັກດີທີ່ສຸດຂອງນະຄອນເຫີເຝີຍ.”

 

   ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຊີ່ຊີ່ຫາງໂຈ່ວ ໄດ້ເຊື່ອມໂຍງດິນບໍລິເວນນ້ຳໃນຕົວເມືອງ, ດິນບໍລິເວນນ້ຳພື້ນທີ່ປູກຝັງ ແລະດິນບໍລິເວນນ້ຳວັດທະນະທຳເຂົ້າເປັນອັນໜຶ່ງອັນດຽວກັນ, ເປັນສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດແຫ່ງທຳອິດຂອງປະເທດຈີນ.

 



  ວັນທີ 31 ມີນາ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຊີ່ຊີ່ຫາງໂຈ່ວ.

 

  ເມື່ອໄດ້ເຫັນດິນບໍລິເວນນ້ຳຊີ່ຊີ່ທີ່ຂຽວງາມອັນອຸດົມສົມບູນໄປດ້ວຍນ້ຳແລະຕົ້ນຫຍ້າ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມທຳມະຊາດຂອງດິນບໍລິເວນນ້ຳ. ເພິ່ນກ່າວວ່າ: “ຄຸນຄ່າສຳຄັນທີ່ສຸດຂອງດິນບໍລິເວນນ້ຳແມ່ນຢູ່ນຳສິ່ງແວດລ້ອມທຳມະຊາດ, ສິ່ງແວດລ້ອມທຳມະຊາດເປັນຕົ້ນທຶນຂອງການທ່ອງທ່ຽວ.” ທ່ານສີຈິ້ນຜິງໄດ້ເນັ້ນໜັກເປັນພິເສດກ່ຽວກັບ “4 ບໍ່ໃຫ້” ຄື: ການພັດທະນາການທ່ອງທ່ຽວບໍ່ໃຫ້ທຳລາຍສິ່ງແວດລ້ອມນິເວດ, ບໍ່ໃຫ້ພັດທະນາທຸລະກິດເກີນໄປ, ບໍ່ໃຫ້ສ້າງສິ່ງກໍ່ສ້າງ ທີ່ກະທົບເຖິງສິ່ງແວດລ້ອມນິເວດ, ຍິ່ງບໍ່ໃຫ້ສ້າງສະໂມສອນເອກະຊົນ, ເພື່ອເຮັດໃຫ້ສວນສາທາລະນະກາຍເປັນພື້ນທີ່ສີຂຽວສຳລັບປະຊາຊົນຊົມໃຊ້ຮ່ວມກັນ.

 



ດິນບໍລິເວນນ້ຳຊີ່ຊີ່

   ທ່ານສີຈິ້ນຜິງໃຫ້ຄວາມເອົາໃຈໃສ່ຕໍ່ການອະນຸລັກດິນບໍລິເວນນ້ຳໃນຕົວເມືອງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ເພິ່ນໄດ້ກຳແໜ້ນທິດທາງການພັດທະນາຕົວເມືອງ, ຍຶດໝັ້ນໃນແນວຄວາມຄິດ “ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ”, ແລະໃຫ້ຄວາມສຳຄັນຕໍ່ຜົນປະໂຫຍດຂອງປະຊາຊົນ.

 

   ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳຢ່າງຈິງໃຈວ່າ: “ຕ້ອງກຳນົດເອົາການປົກປັກຮັກສາໜອງຊີ່ຫູແລະດິນບໍລິເວນນ້ຳຊີ່ຊີ່ໃຫ້ດີເປັນທິດທາງອັນຈະແຈ້ງໃນການພັດທະນາແລະຄຸ້ມຄອງນະຄອນຫາງໂຈ່ວ.” ການປະສານສົມທົບໃນການວາງແຜນກ່ຽວກັບພື້ນທີ່ການຜະລິດ, ການດຳລົງຊີວິດແລະການອະນຸລັກສິ່ງແວດລ້ອມນິເວດໃຫ້ດີ, ສ້າງສາຕົວເມືອງທີ່ໜ້າຢູ່, ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວແລະຈະເລີນຮຸ່ງເຮືອງຮ່ວມກັນ, ເຊິ່ງບໍ່ພຽງແຕ່ເປັນການຄາດຫວັງຕໍ່ການພັດທະນາແລະຄຸ້ມຄອງນະຄອນຫາງໂຈ່ວເທົ່ານັ້ນ, ຍັງໄດ້ກຳນົດທິດທາງອັນຈະແຈ້ງໃຫ້ກັບການພັດທະນາແລະການຄຸ້ມຄອງຂອງຕົວເມືອງແຫ່ງອື່ນໆອີກດ້ວຍ.



ພາບທຳມະຊາດໜອງຕ່ຽນສື


  ວັນທີ 20 ມັງກອນ 2020, ທ່ານສີຈິ້ິນຜິງທີ່ກຳລັງດຳເນີນການສຳຫຼວດ ກວດກາວຽກງານຢູ່ແຂວງຢູນນານ, ເພິ່ນໄດ້ເດີນທາງໄປເຖິງເຂດດິນບໍລິເວນນ້ຳທຳມະຊາດແຫຼມຊິ່ງໄຫໜອງຕ່ຽນສື,ເພື່ອສຳຫຼວດກວດກາສະພາບການອະນຸລັກ,ແລະປົວແປງສິ່ງແວດລ້ອມນິເວດຢູ່ໜອງຕ່ຽນສື.

 

  ຕ່ຽນສື ເປັນໜອງພູພຽງທີ່ມີເນື້ອທີ່300ກວ່າກິໂລຕາແມັດ. ຊຸມປີ1990, ຄຸນນະພາບນ້ຳໃນໜອງຕ່ຽນສືຄ່ອຍໆຊຸດໂຊມລົງ, ກາຍເປັນໜຶ່ງໃນບັນດາໜອງບຶງທີ່ເກີດມົນລະພິດໜັກໜ່ວງທີ່ສຸດຂອງຈີນ. ຜ່ານຈາກຄວາມພະຍາຍາມໃນການປົວແປງຢ່າງບໍ່ລົດລະມາເປັນເວລາຫຼາຍປີ, ສິ່ງແວດລ້ອມນິເວດຂອງໜອງຕ່ຽນສືໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຫຼວງຫຼາຍ.

 

ພາຍຫຼັງໄດ້ສອບຖາມຢ່າງລະອຽດກ່ຽວກັບ ສະພາບການອະນຸລັກ,ຄຸ້ມຄອງແລະປັບປຸງຄຸນນະພາບນ້ຳຢູ່ໃນໜອງຕ່ຽນສືແລ້ວ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ເວົ້າໃນດ້ານຍາວນານແລ້ວ, ພວກເຮົາແມ່ນກິນເຂົ້າຂອງລູກຫຼານບໍ່ໄດ້, ແຕ່ຕ້ອງສ້າງຄວາມຜາສຸກໃຫ້ກັບມວນມະນຸດ. ຕ້ອງກຳແໜ້ນວຽກງານດ້ານນີ້ຕໍ່ໄປຢ່າງບໍ່ລົດລະ,ເຮັດໃຫ້ພູຂຽວນ້ຳໃສກາຍເປັນພູເງິນພູຄຳຢ່າງແທ້ຈິງ.” ທ່ານສີຈິ້ນຜິງຍັງໃຫ້ກຳລັງໃຈວ່າ: “ຕ້ອງມີຄວາມພະຍາຍາມດ້ວຍຄວາມອົດທົນມຸ່ງໝັ້ນ ໂດຍບໍ່ປ່ອຍປະໃນການປະຕິບັດຕາມແນວຄວາມຄິດທີ່ວ່າ ພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ,ໜອງບຶງແລະທົ່ງຫຍ້າເປັນປະຊາຄົມຮ່ວມຊີວິດ, ເພີ່ມທະວີການປົວແປງ ໂດຍສັງລວມ, ປົວແປງຢ່າງເປັນລະບົບ ແລະປົວແປງແບບແກ້ໄຂບັນຫາທີ່ຕົ້ນເຫດ,ສຸມຄວາມພະຍາຍາມຕໍ່ໄປເພື່ອເຮັດວຽກປົວແປງໜອງຕ່ຽນສືໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ.”

 

ຜືນແຜ່ນດິນທີ່ຖືກທຳລາຍທົ່ວທຸກແຫ່ງ,ຈົນບໍ່ສາມາດເຮັດການປູກຝັງໄດ້, ນີ້ຄືພາບຕົວຈິງກ່ອນທີ່ໄດ້ຮັບການປົວແປງຂອງທ່ານ້ຳເສີນໜົງເຊິ່ງເປັນເຂດດິນຍຸບຍ້ອນການຂຸດເຈາະຖ່ານຫີນທີ່ກວມເນື້ອທີ່ຫຼາຍທີ່ສຸດແລະດິນຍຸບລົງໜັກໜ່ວງທີ່ສຸດຢູ່ເຂດຂຸດເຈາະບໍ່ຖ່ານຫີນພານອ່ານເມືອງເຈຍວ່າງນະຄອນສູໂຈ່ວ ແຂວງຈ່ຽງຊູ່ ທາງພາກຕາເວັນອອກຂອງຈີນ.

 



ດິນບໍລິເວນນ້ຳໜອງພ່ານອ່ານ

ເດືອນທັນວາປີ2017, ຕອນທີ່ທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວດກາຢູ່ທ່ານ້ຳເສີນໜົງ, ເຂດດິນຍຸບຍ້ອນການຂຸດເຈາະບໍ່ຖ່ານຫີນທີ່ເຄີຍເປັນພື້ນທີ່ຮົກເຮື້ອໃນເມື່ອກ່ອນ, ເມື່ອຜ່ານຈາກການຟື້ນຟູສິ່ງແວດລ້ອມນິເວດແລະການສ້າງສາພັດທະນາແລ້ວນັ້ນ ໄດ້ກາຍເປັນສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດທີ່ມີໜ້ານ້ຳໜອງກວ້າງໃຫຍ່ໄພສານແລະມີທິວທັດທີ່ສວຍສົດງົດງາມ.

 

ການພັດທະນາເສດຖະກິດດ້ວຍການຫັນປ່ຽນຢູ່ເຂດແຄວ້ນທີ່ຊັບພະຍາກອນທຳມະຊາດບົກແຫ້ງເປັນວຽກງານສຳຄັນຫຼາຍ. ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຂໍກຸນແຈໃນການເຮັດວຽກສຳຄັນນີ້ຄື: ຜັນຂະຫຍາຍແນວຄວາມຄິດການພັດທະນາອັນໃໝ່, ເດັດດ່ຽວກ້າວເດີນໄປຕາມເສັ້ນທາງພັດທະນາຄວາມສີວິໄລທີ່ການຜະລິດມີການພັດທະນາ, ຊີວິດຮັ່ງມີ ແລະມີສິ່ງແວດລ້ອມນິເວດທີ່ດີ.

 

ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງເປັນຢ່າງຍິ່ງວ່າ: “ເຂດດິນຍຸບຕ້ອງຍຶດໝັ້ນເດີນຕາມເສັ້ນທາງການພັດທະນາດ້ວຍການຫັນປ່ຽນທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຊາດ, ສ້າງພູຂຽວນ້ຳໃສ ພ້ອມທັງເຮັດໃຫ້ພູຂຽວນ້ຳໃສກາຍເປັນພູເງິນພູຄຳ.”