ກະຊວງການຕ່າງປະເທດຈີນ:ຈີນເດີນຕາມເສັ້ນທາງການພັດທະນາສິດທິມະນຸດຂອງຈີນຢ່າງໝັ້ນໜຽວບໍ່ປ່ຽນແປງ

2023-02-18 14:29:34 CRI

    ວັນທີ 17 ກຸມພານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ພວກເຮົາສັງເກດເຫັນວ່າ, ຫວ່າງມໍ່ໆນີ້, ຄະນະກຳມະການສິດດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳອົງການສະຫະປະຊາຊາດໄດ້ສຳຫຼວດພິຈາລະນາສະພາບປະຕິບັດ “ສົນທິສັນຍາສາກົນກ່ຽວກັບສິດດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ” ຂອງຈີນຢູ່ນະຄອນເຊີແນວແຫ່ງສວິສ, ທ່ານສາມາດແນະນຳລາຍລະອຽດຫຼາຍກວ່ານີ້ໄດ້ບໍ່?



     ທ່ານຫວ່າງເວີນປິ່ນລະບຸວ່າ, ແຕ່ວັນທີ 15 ຫາວັນທີ 16 ກຸມພານີ້, ຄະຄະຜູ້ແທນຈີນໄດ້ເຂົ້າຮ່ວມການສຳຫຼວດສະພາບການປະຕິບັດ “ສົນທິສັນຍາສາກົນກ່ຽວກັບສິດດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ” ຢູ່ນະຄອນເຊີ
ແນວແຫ່ງສວິສ ແລະ ໄດ້ແນະນຳວຽກງານຂອງລັດຖະບານຈີນເພື່ອຍື່ນບົດລາຍງານກ່ຽວກັບການປະຕິບັດສົນທິສັນຍາຄັ້ງທີ 3 ພ້ອມທັງຄວາມຄືບໜ້າຫຼ້າສຸດກ່ຽວກັບການປະຕິບັດຂໍ້ມາດຕາທີ່ກ່ຽວຂ້ອງຂອງ “ສົນທິສັນຍາ” ແລະ ການຈັດຕັ້ງປະຕິບັດຄວາມເຫັນແບບສະຫຼຸບຂອງການສຳຫຼວດພິຈາລະນາຮອບແລ້ວນີ້.


     ຈີນກ່າວວ່າ ຈີນເດີນຕາມເສັ້ນທາງພັດທະນາສິດທິມະນຸດຂອງຈີນຢ່າງໝັ້ນໜຽວບໍ່ປ່ຽນແປງ, ຊຸກຍູ້ພາລະກິດສິດທິມະນຸດຂອງຈີນໃຫ້ໄດ້ຮັບຜົນງານທີ່ເປັນປະຫວັດການ, ລະດັບການຮັບປະກັນສິດດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳຂອງປະຊາຊົນຈີນໄດ້ຂຶ້ນສູ່ລະດັບໃໝ່.