ນະຄອນຫຼວງດາມັສຂອງຊີຣີຖືກອິສຣາແອນຫຼອນໂຈມຕີທາງອາກາດ

2023-02-19 16:02:34 cri

ກອງທັບຊີຣີແຈ້ງໃຫ້ຮູ້ວ່າ: ເວລາ 0 ໂມງ 22 ນາທີຂອງວັນທີ 19 ກຸມພານີ້ຕາມເວລາທ້ອງຖິ່ນ, ອິສຣາແອນໄດ້ຍິງລູກສອນໄຟຈາກເຂດພູພຽງໂກແລນ ເພື່ອຫຼອນໂຈມຕີນະຄອນຫຼວງດາມັສຂອງຊີຣີ ແລະເຂດອ້ອມຂ້າງ, ໃນນັ້ນລວມທັງເຂດຊຸມຊົນ. ລະບົບປ້ອງກັນອາກາດຂອງຊີຣີໄດ້ເລີ່ມປະຕິບັດງານໃນທັນທີ ແລະສະກັດກັ້ນລູກສອນໄຟສ່ວນໃຫຍ່.

ການຫຼອນໂຈມຕີຄັ້ງນີ້ໄດ້ເຮັດໃຫ້ 5 ຄົນເສຍຊີວິດ, ໃນນັ້ນມີທະຫານ 1 ຄົນ. ນອກນີ້, ຍັງມີປະຊາຊົນ 15 ຄົນໄດ້ຮັບບາດເຈັບ, ບາງຄົນໄດ້ຮັບບາດເຈັບສາຫັດ. ການຫຼອນໂຈມຕີຄັ້ງນີ້ຍັງໄດ້ເຮັດໃຫ້ອາຄານຈຳນວນໜຶ່ງຖືກທຳລາຍ.