ນັກຂ່າວທີ່ຮ່ວມການສືບສວນຄວາມຈິງຂອງອາເມຣິກາເຫັນວ່າ: ອາເມຣິກາຈະບໍ່ຍອມຮັບຢ່າງເດັດຂາດວ່າຕົນເອງທຳລາຍທໍ່ສົ່ງແກັສທຳມະຊາດນອດສະຕຣິນ

2023-02-19 16:07:36 cri

ວັນທີ 17 ກຸມພານີ້, ທ່ານຊີມົວ ເຮິສ ເຊິ່ງເປັນນັກຂ່າວອາວຸໂສດ້ານການສືບສວນຄວາມຈິງຂອງອາເມຣິກາ ທີ່ເຄີຍເປີດເຜີຍເຫດການອາເມຣິກາລະເບີດທຳລາຍທໍ່ສົ່ງແກັສທຳມະຊາດນອດສະຕຣິນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ອີງຕາມສະພາບການໃນປັດຈຸບັນ, ລັດຖະບານອາເມຣິກາຈະບໍ່ຍອມຮັບບົດບາດຂອງຕົນໃນເຫດການລະເບີດທຳລາຍທໍ່ສົ່ງແກັສທຳມະຊາດນອດສະຕຣິນຢ່າງເດັດຂາດ.

ທ່ານຊີມົວ ເຮິສ ກ່າວວ່າ: ການແຜ່ອຳນາດຂອງອາເມຣິກາ ແລະນາໂຕ ແມ່ນສາເຫດລວງເລິກທີ່ເຮັດໃຫ້ເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນ.

ທ່ານຊີມົວ ເຮິສ ກ່າວຕື່ມວ່າ: ໃນການລາຍງານຂ່າວຕາມຫຼັງ, ຕົນເອງອາດຈະເປີດເຜີຍຂໍ້ມູນລະອຽດຫຼາຍກວ່າເກົ່າກ່ຽວກັບກົນໄກກະກຽມການເຄື່ອນໄຫວ ທຳລາຍຂອງລັດຖະບານອາເມຣິກາຕື່ມອີກ.