ທ່ານສີຈິ້ນຜິງສົ່ງສານຊົມເຊີຍໃຫ້ກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 36

2023-02-19 14:39:16 cri


ວັນທີ 18 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍໄປຍັງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 36, ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ບັນດາປະເທດແລະປະຊາຊົນອາຟຣິກາ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ໃນໜຶ່ງປີທີ່ຜ່ານມາ, ສະຫະພາບອາຟຣິກາໄດ້ສາມັກຄີແລະນຳພາປະເທດອາຟຣິກາ, ຕັ້ງໜ້າຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ, ເລັ່ງສ້າງເຂດການຄ້າເສລີສະຫະພາບອາຟຣິກາ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການໄກ່ເກ່ຍບັນຫາຈຸດສຸມຂອງອາຟຣິກາ, ນຳພາອາຟຣິກາຍົກສູງຖານະແລະບົດບາດໃນສາກົນຢ່າງຕໍ່ເນື່ອງ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ, ປີ 2022, ການພົວພັນຈີນ-ອາຟຣິກາໄດ້ມີທ່ວງທ່າຂະຫຍາຍຕົວເປັນຢ່າງດີ. ການຮ່ວມມືຈີນ-ອາຟຣິກາໄດ້ພັດທະນາໄປສູ່ຮອບທິດດ້ານ, ຫຼາຍລະດັບແລະຄຸນນະພາບສູງຢ່າງບໍ່ຢຸດຢັ້ງ, ຢູ່ແຖວໜ້າໃນການຮ່ວມມືລະຫວ່າງປະເທດຕ່າງໆໃນໂລກກັບອາຟຣິກາ. ຂ້າພະເຈົ້າຍິນດີຮ່ວມກັບຜູ້ນຳປະເທດອາຟຣິກາ, ເພີ່ມທະວີການຮ່ວມມືຢ່າງມີໄມຕີຈິດມິດຕະພາບຕໍ່ກັນລະຫວ່າງຈີນ-ອາຟຣິກາຕື່ມອີກ, ປະສານສົມທົບໃນວຽກງານສາກົນແລະພາກພື້ນໃຫ້ໃກ້ຊິດກວ່າເກົ່າ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາລະດັບສູງ.