ທ່ານຫວາງຢີ້ກ່າວວ່າ: ອາເມຣິກາຕ້ອງມີຄວາມຈິງໃຈ ແລະແກ້ຜິດເປັນຖືກ

2023-02-19 16:57:58 cri

    

    ວັນທີ 18 ກຸມພານີ້, ພາຍຫຼັງກ່າວຄຳປາໄສຢູ່ກອງປະຊຸມຄວາມໝັ້ນຄົງມິວນິກທີ່ປະເທດເຢຍລະມັນແລ້ວ,   ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ຕອບຄຳຖາມກ່ຽວກັບສາຍພົວພັນຈີນ-ອາເມຣິກາ.

    ທ່ານຫວາງຢີ້ກ່າວວ່າ: ຄົນທັງຫຼາຍໄດ້ເອົາໃຈໃສ່ຕໍ່ເຫດການບານລູນພົນລະເຮືອນບໍ່ມີຄົນຂັບຂອງສາຍພົວພັນຈີນ-ອາເມຣິກາໃນຫວ່າງມໍ່ໆມານີ້, ທີ່ຈິງແລ້ວ, ນີ້ເປັນລະຄອນຕະຫຼົກທີ່ກໍ່ຂຶ້ນໂດຍອາເມຣິກາເທົ່ານັ້ນ. ຝ່າຍຈີນໄດ້ແຈ້ງໃຫ້ຝ່າຍອາເມຣິກາຊາບຢ່າງຊັດເຈນ ແລະຄັກແນ່ແລ້ວວ່າ: ນີ້ແມ່ນບານລູນພົນລະເຮືອນ ທີ່ບໍ່ມີຄົນຂັບພົນລະເຮືອນ, ຍ້ອນຖືກຜົນກະທົບຈາກກະແສລົມຕາເວັນຕົກພັດແຮງທີ່ສຸດ ບວກກັບປະສິດທິຜົນດ້ານການຄວບຄຸມມີຂີດຈຳກັດ, ສະນັ້ນຈຶ່ງຫຼຸດອອກຈາກວົງໂຄຈອນທີ່ກຳນົດໄວ້ ແລະຫຼົງເຂົ້າສູ່ເຂດນ່ານຟ້າຂອງອາເມຣິກາ. ພວກເຮົາຮຽກຮ້ອງໃຫ້ອາເມຣິກາຮ່ວມກັບຈີນແກ້ໄຂບັນຫາຢ່າງເໝາະສົມດ້ວຍທ່າທີທີ່ພາວະວິໄສ, ມີສະຕິ ແລະຕາມຫຼັກວິຊາການ. ແຕ່ເລື່ອງທີ່ໜ້າເສຍດາຍຄື: ອາເມຣິກາເບິ່ງຂ້າມຄວາມເປັນຈິງພື້ນຖານ, ນຳໃຊ້ຍົນສູ້ຮົບຢ່າງບັງອາດ, ຍິງລູກສອນໄຟໃສ່ບານລູນພົນລະເຮືອນທີ່ບໍ່ເປັນໄພຂົ່ມຂູ່ໃດໆໃຫ້ຕົກ. ການກະທຳແບບນີ້ແມ່ນໃຊ້ກຳລັງອາວຸດຕາມລຳພັງໃຈຮ້ອຍສ່ວນຮ້ອຍ, ໂດຍລະເມີດປະເພນີປະຕິບັດ ແລະສົນທິສັນຍາສາກົນທີ່ກ່ຽວຂ້ອງຢ່າງຈະແຈ້ງ. ຈີນບໍ່ຮັບເອົາເລື່ອງແບບນີ້ເດັດຂາດ, ທັງໄດ້ສະແດງການປະທ້ວງຢ່າງຮຸນແຮງຕໍ່ອາເມຣິກາ. ພວກເຮົາຮຽກຮ້ອງໃຫ້ອາເມຣິກາຈົ່ງມີຄວາມຈິງໃຈ, ແກ້ຜິດເປັນຖືກ, ມີຄວາມຮັບຮູ້ທີ່ຖືກຕ້ອງ ແລະແກ້ໄຂຜົນເສຍຫາຍຕໍ່ສາຍພົວພັນຈີນ-ອາເມຣິກາທີ່ເກີດຍ້ອນເລື່ອງນີ້.