ຊາວອາເມຣິກາຫຼາຍພັນຄົນຈະຈັດການໂຮມຊຸມນຸມເພື່ອຮຽກຮ້ອງໃຫ້ລັດຖະບານອາເມຣິກາຍຸດຕິການສະໜອງອາວຸດໃຫ້ແກ່ອູແກຣນ

2023-02-19 15:55:30 cri

ວັນທີ 19 ກຸມພານີ້, ຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາຈະຈັດການໂຮມຊຸມນຸມຂະໜາດໃຫຍ່ ໂດຍມີຊາວອາເມຣິກາຫຼາຍພັນຄົນຈະໄປແຫ່ຂະບວນປະທ້ວງຢູ່ເຂດໃກ້ຄຽງທຳນຽບປະທານາທິບໍດີ ຫຼືທຳນຽບຂາວ ເພື່ອຮຽກຮ້ອງໃຫ້ແກ້ໄຂວິກິດການອູແກຣນດ້ວຍການເຈລະຈາໂດຍສັນຕິ ພ້ອມທັງຮຽກຮ້ອງໃຫ້ລັດຖະບານອາເມຣິກາຍຸດຕິການສະໜັບສະໜູນດ້ານການທະຫານຕໍ່ອູແກຣນ.

ຜູ້ເຂົ້າຮ່ວມການໂຮມຊຸມນຸມໃນຄັ້ງນີ້ກ່າວວ່າ: ຊາວອາເມຣິກາໄດ້ເບື່ອໜ່າຍນຳລັດຖະບານສູນເສຍງົບປະມານຈຳນວນຫຼວງຫຼາຍໃນການສະໜັບສະໜູນອູແກຣນ ແຕ່ພັດບໍ່ເອົາໃຈໃສ່ຕໍ່ບັນຫາຂອງປະເທດຕົນ. ເຂົາເຈົ້າເຫັນວ່າ: ອາເມຣິກາກຳລັງກາຍເປັນປະເທດຫຼົ້ມແຫຼວ.