ສະຖານທີ່ຈັດກອງປະຊຸມຄວາມໝັ້ນຄົງມິວນິກໄດ້ເກີດການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານປະເທດຕາເວັນຕົກສະໜອງອາວຸດໃຫ້ແກ່ອູແກຣນ

2023-02-19 16:55:05 cri

 

 


    ວັນທີ 18 ກຸມພານີ້, ກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 59 ໄດ້ເຂົ້າສູ່ວາລະຂອງມື້ທີ 2. ນະຄອນມິວນິກ ທາງພາກໃຕ້ຂອງປະເທດເຢຍລະມັນ  ເຊິ່ງເປັນຕົວເມືອງທີ່ຈັດກອງປະຊຸມດັ່ງກ່າວ ໄດ້ເກີດການແຫ່ຂະບວນປະທ້ວງຫຼາຍຄັ້ງ, ເພື່ອຄັດຄ້ານກອງປະຊຸມຄວາມໝັ້ນຄອງມິວນິກທີ່ເປິກສາຫາລືການສະໜອງອາວຸດໃຫ້ແກ່ອູແກຣນ, ຜູ້ປະທ້ວງກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຕົກເປັນ “ກອງປະຊຸມທີ່ກຸ່ມນາໂຕຍຸແຍ່ສົງຄາມ”.

    ຜູ້ຄັດຄ້ານສົງຄາມໄດ້ຖືທຸງຊາດເຢຍລະມັນ ແລະທຸງທີ່ມີຮູບນົກກາງແກແຫ່ງສັນຕິພາບ ຫຼືຄຳຂວັນທີ່ວ່າ“ຍຸດຕິສົງຄາມ”,“ອາວຸດນຳມາເຊິ່ງການເສຍຊີວິດ ແລະການທຳລາຍ” ,“ຄົນອາເມຣິກາຈົ່ງກັບບ້ານ”ເປັນຕົ້ນ, ເພື່ອຄັດຄ້ານລັດຖະບານສະຫະລັດເຢຍລະມັນ ແລະປະເທດອື່ນໆໄດ້ເປິກສາຫາລືກ່ຽວກັບການເພີ່ມທະວີການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ອູແກຣນຕື່ມອີກຢູ່ໃນກອງປະຊຸມຄວາມໝັ້ນຄອງມິວນິກ, ແລະຕຳໜິຕິຕຽນອາເມຣິກາ ແລະກຸ່ມນາໂຕທີ່ນຳພາໂດຍອາເມຣິການັ້ນ ເປັນຜູ້ຍຸຍົງສົ່ງເສີມໃຫ້ເກີດວິດກິດການອູແກຣນ ແລະທັງເປັນຜູ້ຍຸແຍ່ໃຫ້ການປະທະກັນທາງການທະຫານໃນປັດຈຸບັນຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ.

    ຕາມຂ່າວລາຍງານວ່າ, ໃນໄລຍະທີ່ຈັດກອງປະຊຸມຄວາມໝັ້ນຄົງມິວນິກທຸກໆຄັ້ງ, ກໍລ້ວນແຕ່ມີປະຊາຊົນເຢຍລະມັນຈັດການແຫ່ຂະບວນປະທ້ວງ. ຈຸດປະສົງຂອງຜູ້ປະທ້ວງໃນທຸກປີທີ່ຜ່ານມານັ້ນ ແມ່ນຄັດຄ້ານກຸ່ມນາໂຕສວຍໃຊ້ກອງປະຊຸມຄວາມໝັ້ນຄົງມິວນິກໃນການຍຸແຍ່ສົງຄາມ, ປະທ້ວງການເພີ່ມລາຍຈ່າຍດ້ານການທະຫານ ແລະດຳເນີນການແຂ່ງຂັນດ້ານອາວຸດທົ່ວໂລກ.