ສິດໃນການຮັບຮູ້ ແລະ ສິດໃນການລາຍງານຂ່າວຂອງປະຊາຊົນອາເມຣິກາສູນຫາຍໄປໃສແລ້ວ?

2023-02-20 17:12:48 CRI

ວັນທີ 3 ກຸມພານີ້ຕາມເວລາທ້ອງຖິ່ນ, ຂະບວນລົດໄຟທີ່ບັນທຸກວັດຖຸເຄມີພິດຂະບວນໜຶ່ງຂອງລັດໂອເຮໂອອາເມຣິກາໄດ້ລົ້ມໄປທາງຂ້າງ, ສານເຄມີທີ່ເປັນພິດສິບກວ່າໂຕນໄດ້ຮົ່ວໄຫຼອອກມາ. ພາຍຫຼັງເກີດອຸບັດເຫດແລ້ວ, ກອງກູ້ໄພອາເມຣິກາໄດ້ຈູດສານເຄມີ, ທາດເບື່ອມີພິດໄດ້ກາຍເປັນເມກຝົນກົດສີດຳກ້ອນໃຫຍ່ຫຼວງຢູ່ເທິງທ້ອງຟ້າລັດໂອເຮໂອ ແລະ ໄດ້ຂະຫຍາຍວົງກວ້າງອອກຢ່າງວ່ອງໄວຕາມອາກາດ ແລະ ມີຝົນກົດໃນບໍລິເວນກວ້າງ. ຫຼັງຈາກນັ້ນບໍ່ດົນ, ເຂດນ້ຳທີ່ຖືກສານພິດຈຳນວນໜຶ່ງຂອງທ້ອງຖິ່ນໄດ້ກໍປາກົດເຫັນປາຕາຍ ແລະ ແມງໄມ້ຕາຍເປັນຈຳນວນຫຼວງຫຼາຍ, ສ່ວນປະຊາຊົນທ້ອງຖິ່ນປາກົດມີອາການນ້ຳຕາໄຫຼ, ໄອ, ຖອກທ້ອງ ແລະ ອື່ນໆ. ສານເຄມີດັ່ງກ່າວໄໝ້ແລ້ວເຮັດໃຫ້ເກີດມີຝົນກົດຢູ່ເຂດບໍລິເວນໄກອອກໄປ 110 ກິໂລແມັດ, ລົດຈອດຢູ່ນອກເຮືອນຖືກຝົນກົດເສື່ອມກັດ, ໂຄມດອກໄຟປລາສະຕິກຖືກເສື່ອມກັດເປັນຮູໆ; ນ້ຳມັນເຄືອບສີຂອງລົດຖືກເສື່ອມລະລາຍ, ຈົນປາກົດເຫັນເຫຼັກກ້າທາງພື້ນ. ແຕ່ສິ່ງທີ່ເຮັດໃຫ້ຄົນເຂົ້າໃຈຍາກນັ້ນກໍຄື: ສື່ມວນຊົນອາເມຣິກາທີ່ມີ “ສະດຸ້ງໄວຕໍ່ຂ່າວ” ໃນເມື່ອກ່ອນ, ດຽວນີ້ພັດຫຼັບຫູຫຼັບຕາຕໍ່ເລື່ອງນີ້, ບໍ່ໄດ້ລາຍງານຂ່າວຕໍ່ເຫດການທີ່ກ່ຽວຂ້ອງເລີຍ. ພຽງແຕ່ທ່ານອີວານ ແລມເບີກ ນັກຂ່າວເຊື້ອສາຍອາຟຣິກາຄົນໜຶ່ງຂອງ NewsNation ເຈຕະນາລ່ວງລ້ຳເສັ້ນປິດລ້ອມ ເພື່ອໄປລາຍງານຂ່າວຢູ່ກັບທີ່, ແຕ່ໄດ້ຖືກເຈົ້າໜ້າທີ່ຕຳຫຼວດບັງຄັບໃຫ້ອອກຈາກສະຖານທີ່ເກີດເຫດ ແລະ ຈັບຕົວ.

ຄຽງຄູ່ກັບວິດີໂອ ແລະ ຮູບຖ່າຍກ່ຽວກັບເຫດການດັ່ງກ່າວຖືກເປີດເຜີຍຢູ່ຕາມສື່ສັງຄົມອອນລາຍນັບມື້ນັບຫຼາຍຂຶ້ນ, ພາຍຫຼັງເຫດການດັ່ງກ່າວເກີດຂຶ້ນແລ້ວ 10 ວັນ, ສະພາບທີ່ກ່ຽວຂ້ອງກັບເຫດການລົດໄຟຕົກລາງດັ່ງກ່າວໄດ້ກາຍເປັນປະເດັນຮ້ອນຂອງທົ່ວປະເທດອາເມຣິກາ, ສື່ມວນຊົນຕ່າງໆຂອງອາເມຣິກາຈິ່ງສົ່ງນັກຂ່າວໄປລາຍງານຂ່າວຢູ່ກັບທີ່.


ເມື່ອປະຊາຊົນລັດໂອເຮໂອທວງໃຫ້ອຳນາດການປົກຄອງທ້ອງຖິ່ນໃຫ້ຄວາມກະຈ່າງແຈ້ງຕໍ່ເຫດການດັ່ງກ່າວ, ໝົດທຸກຂ່າວລ້ວນແຕ່ໃຊ້ຖ້ອຍຄຳດຽວກັນ, ນັ້ນກໍຄື: ລັດໂອເຮໂອບໍ່ມີບັນຫາຫຍັງ, ທຸກສິ່ງຢ່າງເປັນທີ່ຮຽບຮ້ອຍດີ. ພວກເຮົາກໍອົດບໍ່ໄດ້ຢາກຖາມວ່າ: ສິດໃນການຮັບຮູ້ ແລະ ສິດໃນການລາຍງານຂ່າວຂອງປະຊາຊົນອາເມຣິກາສູນຫາຍໄປໃສແລ້ວ?

ຈາກເຫດການຄັ້ງນີ້, ພວກເຮົາຈະສາມາດສັງເກດເຫັນຄວາມຈອມປອມຂອງສື່ມວນຊົນອາເມຣິກາ, ດ້ານໜຶ່ງ, ພວກເຂົາຮ້ອງດ້ວຍສຽງດັງໆຕໍ່ພາຍນອກຕະຫຼອດກ່ຽວກັບ “ຄວາມໂປ່ງໃສ” ໃນການລາຍງານຂ່າວເຫດການຕ່າງໆ, ອີກດ້ານໜຶ່ງ, ພວກເຂົາພັດຕັ້ງໃຈປິດບັງຂ່າວອັນໜ້າອັບອາຍຂອງປະເທດຕົນຈົນສຸດຄວາມສາມາດ.

ປີຜ່ານມາ, ທ່ານເອລອນ ມັສ ຜູ້ບໍລິຫານທຸລະກິດສູງສຸດຂອງທະວີດເຕີເຄີຍເປີດເຜີຍວິທີຄວບຄຸມຫາງສຽງທາງອິນເຕີເນັດຂອງລັດຖະບານອາເມຣິກາ ໂດຍອົງການຂ່າວລັບຂອງອາເມຣິກາຈະທວງໃຫ້ສື່ສັງຄົມອອນລາຍລຶບເນື້ອໃນທີ່ກ່ຽວຂ້ອງຈຳນວນໜຶ່ງເປັນເວລາປະຈຳ, ທ່ານອີລອນ ມັສໄດ້ອອກບົດບັນທຶກຂອງອົງການ CIA ທີ່ໃຫ້ທະວິດເຕີຕ້ອງລຶບບັນຊີຈຳນວນໜຶ່ງ. ນີ້ເຮັດໃຫ້ຄົນທັງຫຼາຍຫວນຄືນເຖິງກໍລະນີທີ່ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາເຄີຍຖືກສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ທະວີດເຕີ ແລະ ເຟສບຸກ ເປັນຕົ້ນປິດບັນຊີໄວ້. ໃນຖານະເປັນປະທານາທິບໍດີອາເມຣິກາຕອນນັ້ນ, ຍັງບໍ່ມີສິດປະກອບຄຳເຫັນຢ່າງເສລີໃນສື່ອາເມຣິກາ, ສິດໃນການຮັບຮູ້ ແລະ ສິດໃນການລາຍງານຂ່າວຂອງປະຊາຊົນທຳມະດາສາມັນຂອງອາເມຣິກາ ກໍຍິ່ງຈະຮັບປະກັນໄດ້ຍາກແລ້ວ.

ສ່ວນອັນທີ່ເອີ້ນວ່າ ສິດໃນການຮັບຮູ້ ແລະ ສິດໃນການລາຍງານຂ່າວຂອງອາເມຣິກາ, ເປັນພຽງເຄື່ອງມືທີ່ນຳໃຊ້ໃນການປົກປ້ອງພາບພົດຂອງລັດຖະບານອາເມຣິກາເທົ່ານັ້ນ!