ເຈົ້າໜ້າທີ່ຂັ້ນສູງອົງການສະຫະປະຊາຊາດ: ບົດຮຽນຂອງຈີນຊ່ວຍເຫຼືອອາຟຣິກາຮັບມືກັບວິກິດການດ້ານດິນຟ້າອາກາດຢ່າງຫຼວງຫຼາຍ

2023-02-20 11:46:04 CRI

    ລະຫວ່າງວັນທີ 18 ຫາ 19 ກຸມພານີ້, ກອງປະຊຸມສຸດຍອດສະຫະພາບອາຟຣິກາ ຫຼື AU ຄັ້ງທີ 36 ໄດ້ຈັດຂຶ້ນຢູ່ນະຄອນຫຼວງແອັດດິສອາບາບາ ຂອງເອທີໂອປີ. ທ່ານອິບຣາຮີມາ ຜູ້ຊ່ວຍວຽກເລຂາທິການໃຫຍ່ອົງການສະຫະປະຊາຊາດ ທັງເປັນຜູ້ອຳນວຍການໃຫຍ່ໜ່ວຍງານຄວາມສາມາດປ້ອງກັນຄວາມສ່ຽງອາຟຣິກາກ່າວວ່າ,ປັດຈຸບັນ ອາຟຣິກາກຳລັງຜະເຊີນໜ້າກັບການໂຈມຕີຈາກດິນຟ້າອາກາດແບບຮຸນແຮງ, ບົດຮຽນໃນດ້ານການປ່ຽນແປງດິນຟ້າອາກາດຂອງຈີນຈະຊ່ວຍເຫຼືອອາຟຣິກາຢ່າງຫຼວງຫຼາຍ.



    ທ່ານອິບຣາຮີມາກ່າວຕື່ມວ່າ, ຈີນມີບົດຮຽນອັນສົມບູນໃນບັນຫາການແກ້ໄຂດ້ານດິນຟ້າອາກາດ ແລະ ບັນຫາໄພພິບັດ, ຈີນສາມາດສະໜັບສະໜູນບັນດາປະເທດອາຟຣິກາໂດຍສະໜອງການຊ່ວຍເຫຼືອດ້ານເຕັກນິກ ແລະ ຄວາມສາມາດທີ່ກ່ຽວຂ້ອງກັບດິນຟ້າອາກາດ ເພື່ອໃຫ້ພວກຂ້າພະເຈົ້າຊ່ວຍເຫຼືອບັນດາປະເທດອາຟຣິກາຍົກສູງຄວາມສາມາດໃນດ້ານນີ້.