ທ່ານວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດອູແກຣນ

2023-02-20 15:04:13 cri

 

    ວັນທີ 18 ກຸມພານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ພົບປະກັບທ່ານ ດີມີໂຕຣ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນຕາມການນັດໝາຍ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມິວນິກທີ່ປະເທດເຢຍລະມັນ.

    ທ່ານວາງຢີ້ກ່າວວ່າ: ສຳລັບບັນຫາອູແກຣນ, ຝ່າຍຈີນສະໜັບສະໜູນສັນຕິພາບ ແລະການສົນທະນາຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນການຊຸກຍູ້ສັນຕິພາບ ແລະການສົນທະນາຢ່າງສະເໝີຕົ້ນສະເໝີປາຍ. ພວກເຮົາບໍ່ຍິນຍອມໃຫ້ວິກິດການອູແກຣນດຳເນີນໄປເປັນເວລາຍາວນານ ແລະຂະຫຍາຍອອກເປັນວົງກວ້າງ, ຍິນດີຮ່ວມກັບປະຊາຄົມໂລກ, ຫຼີກລ່ຽງບໍ່ໃຫ້ສະຖານະການຮຸນແຮງຂຶ້ນຕື່ມ, ພະຍາຍາມໃຫ້ບັນລຸສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ.

    ທ່ານ ດີມີໂຕຣ ກູເລບາ ກ່າວວ່າ, ເວລາໜຶ່ງປີທີ່ຜ່ານມາ, ອູແກຣນ ແລະຈີນໄດ້ຮັກສາການຕິດຕໍພົວພັນກັນ.  ບໍ່ມີປະເທດໃດມີຄວາມປາຖະນາຫຼາຍກວ່າອູແກຣນໃນການບັນລຸສັນຕິພາບໂດຍໄວ, ອູແກຣນໃຫ້ຄວາມສຳຄັນຕໍ່ຖານະບົດບາດສາກົນ ແລະອິດທິພົນສຳຄັນຂອງຈີນ, ໃຫ້ຄວາມສຳຄັນຕໍ່ຫຼັກການທີ່ແກ້ໄຂວິກິດການຜ່ານການເມືອງຂອງຈີນ, ຫວັງວ່າຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ.