ຣັດເຊຍຈະທວງໃຫ້ສປຊສຳຫຼວດເຫດການລະເບີດທໍ່ສົ່ງແກັສນ໋ອດສຕຣີມ

2023-02-20 11:45:09 cri


ວັນທີ 19 ກຸມພານີ້, ຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳອົງການສະຫະປະຊາຊາດໄດ້ໃຫ້ສຳພາດໂດຍກ່າວວ່າ: ຣັດເຊຍຈະທວງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງອົງການສປຊສຳຫຼວດເຫດການລະເບີດທໍ່ສົ່ງແກັສນ໋ອດສຕຣີມ.


ທ່ານວາສລີ ເນເບນຢາ ຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳອົງການສະຫະປະຊາຊາດກ່າວວ່າ: ຣັດເຊຍຫວັງຈະພະຍາຍາມຮັບປະກັນໃຫ້ການສຳຫຼວດເຫດການລະເບີດທໍ່ສົ່ງແກັສນ໋ອດສຕຣີມ,ພ້ອມທັງຈະທວງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງອົງການສປຊສຳຫຼວດກ່ຽວກັບເລື່ອງນີ້.


ກ່ອນໜ້ານີ້,ທ່ານດີມິຕຣີ ໂປລີຢຽນສະກີ ຮອງຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳອົງການສະຫະປະຊາຊາດ ກ່າວວ່າ:ຍ້ອນວ່າ ເຫດການລະເບີດທໍ່ສົ່ງແກັສນ໋ອດສຕຣີມພົບເຫັນຂໍ້ມູນປີກຍ່ອຍໃໝ່,ຣັດເຊຍໄດ້ຍື່ນຄຳຮ້ອງຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ຈັດກອງປະຊຸມໃນວັນທີ22ກຸມພານີ້ ເພື່ອເປິກສາຫາລືເຫດການລະເບີດຄັ້ງນີ້.