ອັດປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 59 ໂດຍບໍ່ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການປະທະກັນລະຫວ່າງຣັດເຊຍ-ອູແກຣນ

2023-02-20 15:05:47 cri

 

    ວັນທີ 19 ກຸມພານີ້, ກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 59ໄດ້ສິ້ນສຸດລົງຢູ່ນະຄອນມິວນິກປະເທດເຢຍລະມັນ, ເຈົ້າໜ້າທີ່ຂັ້ນສູງ ແລະຜູ້ຊ່ຽວຊານດ້ານປ້ອງກັນປະເທດທີ່ມາຈາກເກືອບ 100 ປະເທດ ແລະເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

    ກອງປະຊຸມໄດ້ສຸມໃສ່ການເປິກສາຫາລືການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ພ້ອມທັງໄດ້ທົດລອງປະສານຫຼັກການຂອງກຸ່ມນາໂຕ ແລະປະເທດຕາເວັນຕົກ ກ່ຽວກັບການສະໜັບສະໜູນດ້ານການທະຫານໃຫ້ແກ່ອູແກຣນ, ແຕ່ບໍ່ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.