ເກີດເຫດລັດຍິງລົດຢູ່ຟິລິບປິນເຮັດໃຫ້ມີຜູ້ເສຍຊີວິດ6ຄົນ ລວມທັງຮອງເຈົ້າຄອງນະຄອນ

2023-02-20 15:55:34 cri


ຝ່າຍຕຳຫຼວດຟິລິບປິນແຈ້ງໃຫ້ຮູ້ວ່າ:ຕອນເຊົ້າວັນທີ19ກຸມພານີ້,ຢູ່ສະຖານທີ່ໃກ້ກັບແຂວງນູເອວາ ວິກກາຢາ ປະເທດຟິລິບປິນໄດ້ເກີດລັດຍິງລົດ ເຮັດໃຫ້ມີຜູ້ເສຍຊີວິດ6ຄົນ ລວມທັງຮອງເຈົ້າຄອງນະຄອນຄົນໜຶ່ງ.


ຕຳຫຼວດກ່າວວ່າ: ເວລາ8ໂມງ45ນາທີຂອງມື້ດຽວກັນ,ມີກຸ່ມຄົນໄດ້ນຸ່ງຊຸດຕຳຫຼວດແລະຂັບລົດທາງການແຕ່ບໍ່ຮູ້ສະຖານະພາບໄດ້ຕັ້ງສິ່ງກີດຂວາງຢູ່ໜ້າໂຮງຮຽນປະຖົມແຫ່ງໜຶ່ງ,ເມື່ອລົດຂອງຮອງເຈົ້າຄອງນະຄອນແລ່ນຜ່ານ,ພວກເຂົາໄດ້ຍິງປືນໃສ່ລົດແບບກະທັນຫັນ,ເຮັດໃຫ້ຮອງເຈົ້າຄອງນະຄອນແລະຜູ້ເດີນທາງນຳກັນອີກ5ຄົນເສຍຊີວິດ.


ເມື່ອມໍ່ໆມານີ້ ຢູ່ຟິລິບປິນໄດ້ເກີດເຫດການຫຼອນໂຈມຕີທີ່ແນໃສ່ນັກການເມືອງຫຼາຍຄັ້ງ. ໃນວັນທີ17ກຸມພານີ້,ຂະບວນລົດຂອງເຈົ້າແຂວງແຂວງລານາວໃຕ້ຖືກຫຼອນໂຈມຕີ,ເຮັດໃຫ້ຜູ້ປ້ອງກັນຄວາມປອດໄພເສຍຊີວິດ4ຄົນ,ເຈົ້າແຂວງແລະອີກໜຶ່ງຄົນໄດ້ຮັບບາດເຈັບ.