ທ່ານວາງຢີ້ ກັບ ທ່ານອັນໂຕນີ ບລິນເຄນພົບປະກັນແບບບໍ່ເປັນທາງການ

2023-02-20 15:32:41 CRI

    ວັນທີ 19 ກຸມພານີ້, ເວັບໄຊກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ,ໂດຍຕອບສະໜອງຕາມຄຳຮ້ອງຂໍຂອງອາເມຣິກາ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ ກັບ ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດພົບປະກັນແບບບໍ່ເປັນທາງການໃນໄລຍະຈັດກອງປະຊຸມຄວາມໝັ້ນຄົງມິວນິວທີ່ປະເທດເຢຍລະມັນ.



     ທ່ານວາງຢີ້ໄດ້ສະແດງຫຼັກໝັ້ນອັນເຄັ່ງຂຶມໃນເຫດການອັນທີ່ວ່າບານລູນຂອງປະເທດຈີນ ໂດຍຊີ້ອອກວ່າ: ການກະທຳຂອງອາເມຣິກາແມ່ນການໃຊ້ອາວຸດຢ່າງຊະຊາຍທີ່ມີລັກສະນະຕົວແບບ, ລະເມີດປະເພນີສາກົນ ແລະ ສົນທິສັນຍາການບິນພົນລະເຮືອນຢ່າງເດັ່ນຊັດ, ຈີນບໍ່ພໍໃຈຢ່າງຮຸນແຮງ, ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ. ອາເມຣິກາຈິ່ງແມ່ນປະເທດແຫ່ງການຕິດຕາມສອດແນມໃຫຍ່ທີ່ສຸດຢູ່ໃນໂລກ ບໍ່ມີສິດໃສ່ຮ້າຍປ້າຍສີຕໍ່ປະເທດຈີນ.

 

    ທ່ານວາງຢີ້ກ່າວເນັ້ນວ່າ, ກ່ຽວກັບບັນຫາອູແກຣນ, ຈີນຍຶດໝັ້ນຫຼັກການ, ຊັກຊວນໃຫ້ເກີດສັນຕິພາບ ຊຸກຍູ້ໃຫ້ຈັດການເຈລະຈາ ໂດຍໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນມາໂດຍຕະຫຼອດ.

 

     ທ່ານວາງຢີ້ຊີ້ອອກວ່າ, ຖ້າຢາກຮັກສາຊ່ອງແຄບໄຕ້ຫວັນໃຫ້ມີຄວາມໝັ້ນຄົງ ຕ້ອງເດັດດ່ຽວຄັດຄ້ານ “ໄຕ້ຫວັນເປັນເອກະລາດ”, ຍຶດໝັ້ນຫຼັກການປະເທດຈີນດຽວຢ່າງແທ້ຈິງ. ກ່ຽວກັບບັນຫາໄຕ້ຫວັນ, ອາເມຣິກາຕ້ອງເຄົາລົບຄວາມຈິງໃນປະຫວັດສາດ, ປະຕິບັດຕາມຄຳໝັ້ນສັນຍາທາງການເມືອງ ແລະ ປະຕິບັດຕົວຈິງເພື່ອສະແດງທ່າທີບໍ່ສະໜັບສະໜູນ “ໄຕ້ຫວັນເປັນເອກະລາດ”.