ທ່ານສີຈິ້ນຜິງຊີ້ແຈງຈະເຮັດແນວໃດເພື່ອເຮັດວຽກຊົນນະບົດໃຫ້ດີ

2023-02-21 12:57:52 CRI

 

    ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ວຽກງານກະສິກຳ, ຊົນນະບົດແລະຊາວກະສິກອນມາໂດຍຕະຫຼອດ ໂດຍໄດ້ກໍານົດແຜນການລວມກ່ຽວກັບການເລັ່ງລັດສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໄວ້ຢູ່ໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ພ້ອມທັງໄດ້ບັນລະຍາຍກ່ຽວກັບທິດສະດີກໍຄືບັນຫາການປະຕິບັດຕົວຈິງອັນສໍາຄັນຕ່າງໆໃນການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃນກອງປະຊຸມວຽກງານກະສິກໍາຂັ້ນສູນກາງທີ່ຈັດຂຶ້ນໃນທ້າຍປີ 2022.


    ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ການເຮັດວຽກຊົນນະບົດໃຫ້ດີ ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດນັ້ນ, ສິ່ງສໍາຄັນແມ່ນຂຶ້ນຢູ່ກັບພັກ.



    ການເລັ່ງລັດສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍານັ້ນ, ແມ່ນໄດ້ກວມເອົາຫຼາຍຂະແໜງການ, ມີຂົງເຂດອັນກວ້າງຂວາງແລະກ່ຽວພັນກັບກຸ່ມຄົນອັນມະຫາສານ ເຊິ່ງຕ້ອງໄດ້ຍຶດໝັ້ນແລະເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກທີ່ມີຕໍ່ວຽກງານກະສິກຳ, ຊົນນະບົດແລະຊາວກະສິກອນ, ເຕົ້າໂຮມກໍາລັງແຮງແລະຊັບພະຍາກອນໃນທົ່ວສັງຄົມ ເພື່ອຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ. ໃນທ່າມກາງການປະຕິບັດຕົວຈິງເພື່ອລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດທີ່ເປັນໄລຍະຍາວຜ່ານມານັ້ນ, ຈີນໄດ້ຄົ້ນພົບແລະສະຫຼຸບບົດຮຽນປະສົບການທີ່ດີໄດ້ຈໍານວນໜຶ່ງ.


    ປັບປຸງກົນໄກນໍາພາແລະຈັດຕັ້ງປະຕິບັດຢ່າງຮອບດ້ານຂອງພັກໃຫ້ສົມບູນ. ເສີມຂະຫຍາຍບົດບາດໃນການຊີ້ນໍາໂດຍລວມແລະປະສານສົມທົບກັບຝ່າຍຕ່າງໆຂອງພັກຢ່າງເຕັມສ່ວນ, ເພື່ອຮັບປະກັນແຜນນະໂຍບາຍຂອງສູນກາງພັກໃຫ້ໄດ້ຮັບການຈັດຕັ້ງປະຕິບັດແລະໄດ້ຮັບໝາກຜົນຕົວຈິງ. ເພີ່ມທະວີການສ້າງການຈັດຕັ້ງພັກຂັ້ນຮາກຖານຢູ່ຊົນນະບົດ, ແຕ່ງຕັ້ງແລະນໍາໃຊ້ເລຂາຜູ້ທີ 1 ປະຈໍາບ້ານກໍຄືໜ່ວຍງານປະຈໍາບ້ານທີ່ມີຄວາມສາມາດໃຫ້ດີ ເພື່ອສ້າງເປັນປ້ອມໝັ້ນທີ່ເຂັ້ມແຂງສາມາດບັນລຸການນໍາພາຂອງພັກໃຫ້ປາກົດຜົນເປັນຈິງຢ່າງມີປະສິດທິຜົນ.



    ປັບປຸງກົນໄກຄໍ້າປະກັນທາງດ້ານບຸຄະລາກອນໃຫ້ສົມບູນ. ຍຶດໝັ້ນການປະສານສົມທົບກັນລະຫວ່າງການອົບຮົມບຸຄະລາກອນດ້ວຍຕົນເອງກັບການນໍາເຂົ້າບຸຄະລາກອນຈາກພາຍນອກ, ສົ່ງເສີມໃຫ້ບຸຄະລາກອນລົງສູ່ຊົນນະບົດ, ສ້າງຊ່ອງທາງໃຫ້ກັບບຸຄະລາກອນໃນຕົວເມືອງເປັນຕົ້ນແມ່ນບຸຄະລາກອນໃນຂະແໜງການການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທໍາ, ສາທາລະນະສຸກແລະອື່ນໆນັ້ນໄປບໍລິການຢູ່ຊົນນະບົດ, ເພື່ອດຶງດູດເຮັດໃຫ້ບຸຄະລາກອນປະກອບສ່ວນເຂົ້າໃນການປະຕິບັດຕົວຈິງເພື່ອສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາໃຫ້ຫຼາຍກວ່າເກົ່າ.



    ປັບປຸງກົນໄກລົງທຶນແລະການຮັບປະກັນໃຫ້ສົມບູນ. ເສີມຂະຫຍາຍບົດບາດ ການຮັບປະກັນດ້ານການເງິນ, ປັບປຸງກົນໄກການປະສານສົມທົບທຶນຮອນທີ່ກ່ຽວພັນກັບວຽກງານກະສິກໍາໃນໄລຍະຍາວໃຫ້ສົມບູນ, ຍົກລະດັບປະສິດທິຜົນໃນການນໍາໃຊ້ເງິນທຶນ. ພັດທະນາການທະນາຄານທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງຢູ່ຊົນນະບົດ, ປະດິດສ້າງຜະລິດຕະພັນແລະການບໍລິການທາງດ້ານການທະນາຄານ, ສົ່ງເສີມແລະຊີ້ນໍາທຶນຮອນຈາກສັງຄົມໄປລົງທຶນຢູ່ຊົນນະບົດແລະວຽກກະສິກໍາ ເພື່ອສະໜັບສະໜູນການພັດທະນາອຸດສາຫະກໍາກໍຄືການກໍ່ສ້າງພື້ນຖານໂຄງລ່າງຢູ່ຊົນນະບົດ.


    ປັບປຸງກົນໄກການມີສ່ວນຮ່ວມຂອງທົ່ວສັງຄົມໃຫ້ສົມບູນ. ເສີມຂະຫຍາຍບົດບາດສ້າງນະໂຍບາຍແລະໃຫ້ຄໍາເປິກສາຂອງຄັງປັນຍາແລະຜູ້ຊ່ຽວຊານ, ເພື່ອສ້າງບັນຍາກາດທີ່ດີທີ່ໃຫ້ຄວາມສໍາຄັນກັບຊົນນະບົດແລະສ້າງຄວາມເຂັ້ມແຂງໃຫ້ກັບຊົນນະບົດ. ປຸກລະດົມລັດວິສາຫະກິດ, ວິສາຫະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມ, ສະຖາບັນການສຶກສາຊັ້ນສູງ, ສະຖາບັນຄົ້ນຄວ້າວິທະຍາສາດແລະອົງການຈັດຕັ້ງຕ່າງໆເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນການສ້າງສາປະເທດທີ່ເຂັ້ມແຂງທາງດ້ານກະສິກໍາ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ