ອາເມຣິກາທີ່ອ້າງຕົນເອງວ່າເປັນ “ທວນໄຟເຍືອງທາງສິດທິມະນຸດ” ພັດຈ້າງແຮງງານເດັກເຮັດວຽກອັນຕະລາຍ

2023-02-21 17:10:52 cri

ເມື່ອບໍ່ດົນມານີ້, ກະຊວງແຮງງານອາເມຣິກາແຈ້ງໃຫ້ຮູ້ວ່າ: ຜ່ານການສືບສວນແລ້ວ ກະຊວງດັ່ງກ່າວໄດ້ຄົ້ນພົບວ່າ: ບໍລິສັດ Packers Sanitation Services ທີ່ເປັນໜຶ່ງໃນບໍລິສັດການບໍລິການດ້ານສຸຂະອະນາໄມ ແລະຄວາມ

ປອດໄພດ້ານອາຫານທີ່ໃຫຍ່ທີ່ສຸດຂອງອາເມຣິກາ ໄດ້ຈ້າເດັກທີ່ອາຍຸຍັງບໍ່ທັນເຕັມກະສຽນຢ່າງໜ້ອຍ 102 ຄົນໃນອາຍຸລະຫວ່າງ 13 ຫາ 17 ປີ ອອກແຮງງານທີ່ອັນຕະລາຍ ໂດຍໃຫ້ເຂົາເຈົ້າເຮັດວຽກຕະຫຼອດຄືນຢູ່ໂຮງງານປຸງແຕ່ງຊີ້ນ 13 ແຫ່ງໃນ 8 ລັດຂອງອາເມຣິກາ ເຊັ່ນ: ລັດອາກັນຊັສ, ລັດໂກໂລຣາໂດ ເປັນຕົ້ນ. ເດັກນ້ອຍເຫຼົ່ານີ້ນຳໃຊ້ສານເຄມີທີ່ອັນຕະລາຍ ແລະອຸປະກອນແຫຼມຄົມໃນການປຸງແຕ່ງປະເພດຊີ້ນ ເຊິ່ງໄດ້ເຮັດໃຫ້ເດັກນ້ອຍຢ່າງໜ້ອຍ 3 ຄົນໄດ້ຮັບບາດເຈັບ. ໃນປີ 2022 ທີ່ຜ່ານມາ, ບໍລິສັດເຄື່ອງອາໄຫຼ່ລົດ 2 ແຫ່ງຢູ່ລັດອາລາບາມາ ທາງພາກໃຕ້ຂອງອາເມຣິກາ ໄດ້ຖືກເປີດເຜີຍຈ້າງແຮງງານເດັກເຮັດວຽກ, ໃນນັ້ນ, ມີບໍລິສັດປຸງແຕ່ງໂລຫະແຫ່ງໜຶ່ງໄດ້ຈ້າງແຮງງານເດັກນ້ອຍເຖິງ 50 ຄົນ ເຊິ່ງມີອາຍຸນ້ອຍສຸດແມ່ນ 12 ປີ.

ບັນຫາແຮງງານເດັກໃນອາເມຣິກາໄດ້ມີມາແຕ່ດົນນານແລ້ວ, ທີ່ຈິງແລ້ວ, ຊາວອາເມຣິກາສ່ວນຫຼາຍເຄີຍເປັນແຮງງານເດັກແຕ່ເວລາຍັງເປັນເດັກນ້ອຍ.

ແຮງງານເດັກຢູ່ອາເມຣິກາສ່ວນຫຼາຍແມ່ນຊາວອົບພະຍົບມາຈາກຕ່າງປະເທດ, ເດັກນ້ອຍເຫຼົ່ານີ້ຖືກບັງຄັບເຮັດວຽກທີ່ອັນຕະລາຍໃນໄວທີ່ຄວນດ້ຮັບການສຶກສາຮ່ຳຮຽນຢູ່ໂຮງຮຽນ. ສະນັ້ນ, ເຂົາເຈົ້າບໍ່ມີຄວາມສຸກແຕ່ຢ່າງໃດໃນໄວຂອງຕົນ. ນັບແຕ່ປີ 2003 ຫາປີ 2016, ຢູ່ອາເມຣິກາມີແຮງງານເດັກ 237 ຄົນເສຍຊີວິດຍ້ອນອຸບັດເຫດກະສິກຳ. ໃນປີ 2022, ຄະດີຈ້າງແຮງງານເດັກແບບຜິດກົດໝາຍຢູ່ອາເມຣິກາໄດ້ເພີ່ມຂຶ້ນ 37%, ໃນນັ້ນລວມທັງ 688 ຄະດີທີ່ເປັນຄະດີແຮງງານເດັກເຮັດວຽກພາຍໃຕ້ເງື່ອນໄຂທີ່ອັນຕະລາຍ. ນອກນີ້, ອີງຕາມຂໍ້ມູນຈາກສະຫະພັນໂຄງການປະກອບອາຊີບຂອງກຳມະກອນນິຄົມກະເສດທີ່ເປັນອົງການຈັດຕັ້ງບໍ່ສະແຫວງຫາຜົນກຳໄລຂອງອາເມຣິກາ ໄດ້ສະແດງໃຫ້ເຫັນວ່າ: ຄາດວ່າຢູ່ອາເມຣິກາຍັງມີແຮງງານເດັກ 5 ແສນຫາ 8 ແສນຄົນກຳລັງອອກແຮງງານຢູ່ນິຄົມກະເສດ.

ຄວນໃຫ້ເດັກນ້ອຍໄດ້ຮັບການສຶກສາ ແລະຫຼີກເວັ້ນບໍ່ໃຫ້ເດັກນ້ອຍອອກແຮງງານໜັກ ເຊິ່ງເປັນຄວາມຮັບຮູ້ຮ່ວມຂອງສາກົນ, ແຕ່ຢູ່ອາເມຣິກາ ເລື່ອງນີ້ພັດໄດ້ກາຍເປັນກໍລະນີພິເສດ. ມາຮອດປັດຈຸບັນ, ອາເມຣິກາເປັນປະເທດພຽງໜຶ່ງດຽວໃນໂລກທີ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດເທື່ອ, ແຕ່ສິ່ງທີ່ເຮັດໃຫ້ຄົນເຮົາບໍ່ເຂົ້າໃຈນັ້ນກໍຄື ບາງລັດຂອງອາເມຣິກາຍັງຫວັງຢາກຍົກເລີກກົດໝາຍແຮງງານເດັກທີ່ມີມາ 100 ກວ່າປີ ໂດຍມີຈຸດປະສົງເພື່ອເຮັດໃຫ້ການຈ້າງແຮງງານເດັກເປັນເລື່ອງທີ່ຖືກຕ້ອງຕາມກົດໝາຍ.

“ອົດທົນຕໍ່ຄວາມອຶດຫີວ ແລະອາກາດໜາວເຢັນ, ຖືກດ່າຖືກຕີ.” ນີ້ແມ່ນເລື່ອງໃນນະວະນິຍາຍທີ່ພັນລະນາເຖິງໂສກນາຕະກຳຂອງແຮງງານເດັກທີ່ຂຽນໂດຍທ່ານດິກເກັນສ ນັກປະພັນອັງກິດໃນສະຕະວັດທີ 19, ແຕ່ເນື້ອເລື່ອງນະວະນິຍາຍນີ້ພັດເປັນເລື່ອງຈິງທີ່ກຳລັງເກີດຂຶ້ນຢູ່ອາເມຣິກາໃນປັດຈຸບັນ. ອາເມຣິກາທີ່ອ້າງຕົນເອງວ່າເປັນທວນໄຟເຍືອງທາງແຫ່ງສິດທິມະນຸດ ແລະມັກຊີ້ໄມ້ຊີ້ມືຕໍ່ປະເທດອື່ນກ່ຽວກັບບັນຫາສິດທິມະນຸດນັ້ນ, ພັດບໍ່ສາມາດປົກປ້ອງສິດ ແລະຜົນປະໂຫຍດພື້ນຖານຂອງເດັກນ້ອຍ, ຍິ່ງໄປກວ່ານັ້ນ ໄດ້ໝູນກົງລໍ້ປະຫວັດສາດໃນດ້ານບັນຫາດັ່ງກ່າວໃຫ້ຖອຍຄືນຫຼັງອີກດ້ວຍ. ເປັນ“ທວນໄຟເຍືອງທາງສິດທິມະນຸດ”ແບບນີ້ ຊິມີສິດຄຸຍໂວໂອ້ອວດຈົນໄຮ້ຂອບເຂດກ່ຽວກັບອະທິປະໄຕ ແລະສິດທິມະນຸດຊັ້ນບໍ?!