ຈີນຈະເປີດເຜີຍເອກະສານກ່ຽວກັບຫຼັກການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ

2023-02-21 11:37:18 cri

 

   ວັນທີ 20 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຈີນຈະເປີດເຜີຍເອກະສານກ່ຽວກັບຫຼັກການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ, ທ່ານສາມາດແນະນຳລາຍລະອຽດປີກຍ່ອຍໃຫ້ຮູ້ໄດ້ບໍ?

   ທ່ານວ່າງເວີນປິ່ນກ່າວວ່າ: ວິກິດການອູແກຣນຈະຄົບຮອບໜຶ່ງປີໃນອີກບໍ່ເທົ່າໃດມື້, ຈີນຈະເປີດເຜີຍເອກະສານກ່ຽວກັບຫຼັກການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ. ເອກະສານສະບັບນີ້ຈະກ່າວຢ້ຳເຖິງຈຸດຢືນທີ່ສຳຄັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນອີກຄັ້ງ, ລວມມີ: ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດຄວນໄດ້ຮັບການເຄົາລົບນັບຸຖື, ຫຼັກການຕົ້ນຕໍຂອງກົດບັດສະຫະປະຊາຊາດຄວນໄດ້ຮັບການຈັດຕັ້ງປະຕິບັດ, ຄວາມສົນໃຈດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງບັນດາປະເທດຄວນໄດ້ຮັບການໃຫ້ຄວາມສຳຄັນ, ຄວາມພະຍາຍາມທັງໝົດທີ່ມີຜົນດີຕໍ່ການແກ້ໄຂວິກິດການໂດຍສັນຕິຄວນໄດ້ຮັບການສະໜັບສະໜູນ. ພວກເຮົາຈະກ່າວຢ້ຳເຖິງການບໍ່ຄວນກໍ່ສົງຄາມນິວເຄລຍຂຶ້ນ ແລະມັນບໍ່ມີຝ່າຍໃດທີ່ເອົາຊະນະໄດ້. ພວກເຮົາຮຽກຮ້ອງໃຫ້ຮັບປະກັນຄວາມໝັ້ນຄົງຂອງສິ່ງກໍ່ສ້າງດ້ານນິວເຄຣຍພົນລະເຮືອນ, ຄັດຄ້ານການໂຈມຕີໂຮງໄຟຟ້ານິວເຄລຍ, ພວກເຮົາຍັງຈະສົ່ງເສີມໃຫ້ຮ່ວມກັນຄັດຄ້ານການນຳໃຊ້ອາວຸດເຄມີ ແລະຊີວະພາບ.