ຫົວຂໍ້ຄວາມປອດໄພນິວເຄລຍຂອງກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 59 ເຮັດໃຫ້ປະຊາຄົມໂລກເອົາໃຈໃສ່ນຳ ຫຼັກໝັ້ນຂອງຈີນໄດ້ຮັບການຍ້ອງຍໍຊົມເຊີຍ

2023-02-21 10:21:21 CRI

    ກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 59 ໄດ້ອັດລົງໃນວັນທີ 19 ກຸມພານີ້ທີ່ນະຄອນມິວນິກປະເທດເຢຍລະມັນ. “ບົດລາຍງານຄວາມໝັ້ນຄົງມິວນິກປີ 2023” ທີ່ກອງປະຊຸມປະກາດນັ້ນສະແດງໃຫ້ເຫັນວ່າ: ການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ໄພເງິນເຟີ້ເພີ່ມລະດັບສູງຂຶ້ນ ແລະ ບັນຫາກ່ຽວກັບຄວາມປອດໄພນິວເຄລຍໄດ້ກາຍເປັນຈຸດສຸມດ້ານຄວາມໝັ້ນຄົງຂອງທົ່ວໂລກ.


   ໃນກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງນີ້, ຫົວຂໍ້ກ່ຽວກັບຄວາມປອດໄພນິວເຄລຍໄດ້ຮັບການເປິກສາຫາລືຢ່າງກວ້າງຂວາງ, ຫຼັກໝັ້ນຂອງຈີນທີ່ເດັດດ່ຽວຄັດຄ້ານນຳໃຊ້ ຫຼື ຂົ່ມຂູ່ດ້ວຍອາວຸດນິວເຄລຍໄດ້ຮັບການຍ້ອງຍໍຊົມເຊີຍ.



    ໃນໄລຍະຈັດກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງນີ້, ເຢຍລະມັນ ເຊິ່ງເປັນເຈົ້າພາບໄດ້ຈັດການຫາລືພາຍໃຕ້ຫົວຂໍ້ພິເສດ“ການປ້ອງກັນຂ້າມມະຫາສະໝຸດອັດລັງຕິກ ແລະ ສິ່ງທ້າທາຍທີ່ລະບຽບດ້ານນິວເຄລຍພວມຜະເຊີນຢູ່”. ໃນເກືອບ 10 ປີຜ່ານມາ, ລະບົບຄວບຄຸມກຳລັງຣົບສາກົນໄດ້ຜະເຊີນໜ້າກັບສິ່ງທ້າທາຍຢ່າງຮ້າຍແຮງ.ໂດຍສະເພາະແມ່ນຫຼັງຈາກອາເມຣິກາຖອນອອກຈາກ “ສັນຍາກຳຈັດລູກສອນໄຟໄລຍະກາງ” ເພື່ອຫວັງຈະຕິດຕັ້ງລະບົບລູກສອນໄຟໄລຍະກາງຢູ່ຫຼາຍແຫ່ງຂອງໂລກ ເຮັດໃຫ້ປະເທດຕ່າງໆມີຄວາມກັງວົນຫຼາຍ.