ຈີນຮຽກຮ້ອງໃຫ້ອາເມຣິກາໃຊ້ການກະທຳຕົວຈິງເພື່ອໃຫ້ຊັກຊວນເກີດສັນຕິພາບ ຊຸກຍູ້ການເຈລະຈາເພື່ອເຮັດໃຫ້ສະຖານະການອູແກຣນຜ່ອນຄາຍລົງ

2023-02-21 10:28:07 CRI

 

   ວັນທີ 20 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບສະຖານະການອູແກຣນ.

 

    ທ່ານວ່າງເວີນປິ່ນກ່າວວ່າ, ຜູ້ທີ່ສະໜອງອາວຸດໃຫ້ສະໜາມຣົບຢ່າງບໍ່ຢຸດຢັ້ງນັ້ນແມ່ນອາເມຣິກາ ຫາກບໍ່ແມ່ນຈີນ. ທິດທາງຂອງຈີນກ່ຽວກັບບັນຫາອູແກຣນສະຫຼຸບໄດ້ປະໂຫຍກໜຶ່ງຄື: ຊັກຊວນໃຫ້ເກີດສັນຕິພາບ ແລະ ຊຸກຍູ້ການເຈລະຈາ.


    ທ່ານວ່າງເວີນປິ່ນກ່າວເນັ້ນວ່າ, ຈີນຮຽກຮ້ອງໃຫ້ອາເມຣິກາສຳຫຼວດຄືນການກະທຳຂອງປະເທດຕົນຢ່າງແທ້ຈິງ,ໃຊ້ການກະທຳຕົວຈິງຫຼາຍກວ່າເພື່ອຊັກຊວນໃຫ້ເກີດສັນຕິພາບ ແລະ ຊຸກຍູ້ການເຈລະຈາເພື່ອເຮັດໃຫ້ສະຖານະການອູແກຣນຜ່ອນຄາຍລົງ, ຍຸດຕິການຖິ້ມຄວາມຮັບຜິດຊອບໃສ່ຜູ້ອື່ນ ແລະ ຢຸດປ່າວຂ່າວປອມ. ຈີນຈະສືບຕໍ່ຢືນຢູ່ຂ້າງການສົນທະນາ ແລະ ຂ້າງສັນຕິພາບຢ່າງເດັດດ່ຽວ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອເຮັດໃຫ້ສະຖານະການຜ່ອນຄາຍລົງ.