ອາເມຣິກາຈະໃຫ້ການຊ່ວຍເຫຼືອອູແກຣນມູນຄ່າ 500 ລ້ານໂດລາ

2023-02-21 11:34:35 cri

 

   ວັນທີ 20 ກຸມພານີ້, ຂ່າວສານຕາສໄດ້ລາຍງານຂ່າວຕາມຂໍ້ມູນຈາກຂ່າວສານລອຍເຕີໂດຍອ້າງວ່າ: ໃນເວລາພົບປະກັບທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນຢູ່ນະຄອນຫຼວງກິແອັບປະເທດອູແກຣນໃນວັນທີ 20 ກຸມພານີ້,  ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວວ່າ: ອາເມຣິກາຈະໃຫ້ການຊ່ວຍເຫຼືອອູແກຣນມູນຄ່າປະມານ 500 ລ້ານໂດລາ ແລະຈະເປີດເຜີຍຂ່າວຢ່າງເປັນທາງການໃນວັນທີ 21 ກຸມພານີ້.

   ພ້ອມກັນນັ້ນ, ຂ່າວສານລອຍເຕີໄດ້ລາຍງານຂ່າວຕາມຜູ້ສັນທິດກໍລະນີຂອງປະທານາທິບໍດີອູແກຣນໂດຍອ້າງວ່າ: ໃນການພົບປະຄັ້ງນີ້, ທ່ານໂວໂລດີເມຍ ເຊເລນສະກີໄດ້ເປິກສາຫາລືກັບທ່ານໂຈ ໄບເດັນກ່ຽວກັບການສະໜອງອາວຸດໄລຍະໄກ ແລະອາວຸດທີ່ບໍ່ເຄີຍສະໜອງໃຫ້ແກ່ອູແກຣນ.