ທ່ານຊິນກ່າງພົບປະກັບລັດຖະມົນຕີການຕ່າງປະເທດສິງກະໂປ

2023-02-21 11:36:22 cri


 

    ວັນທີ 20 ກຸມພານີ້, ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານວີວຽນ ບາລັກຣີສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ທ່ານຊິນກ່າງກ່າວວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍພົວພັນຈີນ-ສິງກະໂປ, ໃຫ້ຄວາມສຳຄັນຕໍ່ບົດບາດພິເສດໃນວຽກງານພາກພື້ນ ແລະສາກົນຂອງສິງກະໂປ, ຍິນດີຮ່ວມກັບສິງກະໂປຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງການນຳສອງປະເທດໃຫ້ດີ, ຊຸກຍູ້ສາຍພົວພັນຈີນ-ສິງກະໂປໃຫ້ບັນລຸການພັດທະນາອັນໃໝ່.