ຈີນປະກາດບົດລາຍງານ “ການເປັນເຈົ້າອຳນາດແລະການຂົ່ມແຫັງຂອງອາເມຣິກາ ກັບຜົນຮ້າຍຂອງມັນ”

2023-02-21 11:06:44 cri


ວັນທີ 20 ກຸມພານີ້, ສື່ມວນຊົນຈີນໄດ້ປະກາດບົດລາຍງານ “ການເປັນເຈົ້າອຳນາດແລະການຂົ່ມແຫັງຂອງອາເມຣິກາ ກັບຜົນຮ້າຍຂອງມັນ”, ໂດຍໄດ້ຍົກເອົາເລື່ອງຈິງຕ່າງໆ ເພື່ອເຜີຍແບການກະທຳທີ່ຊົ່ວຮ້າຍປະເພດຕ່າງໆຂອງອາເມຣິກາໃນການໃຊ້ສິດເປັນເຈົ້າອຳນາດຢ່າງຊະຊາຍໃນດ້ານການເມືອງ, ການທະຫານ, ເສດຖະກິດ, ການທະນາຄານ, ເຕັກນິກວິທະຍາສາດແລະວັດທະນະທຳ, ໃຫ້ປະຊາຄົມໂລກໄດ້ເຫັນຜົນຮ້າຍອັນໜັກໜ່ວງຈາກການກະທຳຂອງອາເມຣິການຳມາໃຫ້ສັນຕິພາບ, ສະຖຽນລະພາບຂອງໂລກ ແລະ ຊີວິດການເປັນຢູ່ຂອງປະຊາຊົນປະເທດຕ່າງໆ.


ບົດລາຍງານລະບຸວ່າ, ອາເມຣິກາທ້າທາຍສັດຈະທຳດ້ວຍສິດເຈົ້າອຳນາດ, ຢຽບຢ່ຳຄວາມເປັນທຳຍ້ອນຜົນປະໂຫຍດສ່ວນຕົວຂອງຕົນ. ການກະທຳເປັນເຈົ້າອຳນາດທີ່ຖືລັດທິຝ່າຍດຽວ, ພຽງແຕ່ຖືຕົນເອງເປັນໃຫຍ່ແລະຝ່າຝືນກັບກະແສຟອງຂອງປະຫວັດສາດເຫຼົ່ານີ້ ໄດ້ຖືກຕຳນິຕິຕຽນແລະຄັດຄ້ານທີ່ນັບມື້ນັບຮຸນແຮງກວ່າເກົ່າ ຈາກປະຊາຄົມໂລກ.


ບົດລາຍງານຍັງສະແດງໃຫ້ເຫັນວ່າ, ອາເມຣິກາບໍ່ພຽງແຕ່ທຳການຜູກຂາດດ້ານສິດຊັບສິນທາງປັນຍາ ໂດຍຖືເອົາການປົກປ້ອງສິດຊັບສິນທາງປັນຍາເປັນຂໍ້ອ້າງເທົ່ານັ້ນ, ຍັງຫັນບັນຫາເຕັກນິກວິທະຍາສາດເປັນບັນຫາການເມືອງ, ອາວຸດແລະຮູບຖານຈິດສຳນຶກ, ປົກປ້ອງສິດເຈົ້າອຳນາດທາງດ້ານເຕັກນິກວິທະຍາສາດ ໂດຍຖືປະຊາທິປະໄຕເປັນຂໍ້ອ້າງ.