ທ່ານສີຈິ້ນຜິງຕອບຈົດໝາຍຂອງປັນຍາຊົນເກຣັກ

2023-02-21 11:44:36 cri

   


    ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງປັນຍາຊົນເກຣັກຢູ່ມະຫາວິທະຍາໄລອາແດນ, ເພື່ອຊົມເຊີຍສູນແລກປ່ຽນອະລິຍະທຳຈີນ-ເກຣັກສ້າງຕັ້ງຂຶ້ນ.

    ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: 2000 ກວ່າປີກ່ອນ, ທັງສອງອະລິຍະທຳຈີນ ແລະເກຣັກຕ່າງກໍໄດ້ເປັ່ງປະກາຍແສງສະຫວ່າງ ແລະສ້າງອິດທິພົນຢູ່ສອງສົ້ນຂອງແຜ່ນດິນໃຫຍ່ອາຊີ ແລະເອີຣົບ, ໄດ້ປະກອບສ່ວນອັນສຳຄັນທີ່ມີລັກສະນະສ້າງພື້ນຖານເຂົ້າໃນວິວັດທະນາການຂອງອະລິຍະທຳມະນຸດ. ປັດຈຸບັນ, ສອງປະເທດໄດ້ສ້າງສູນແລກປ່ຽນອະລິຍະທຳຈີນ-ເກຣັກ, ສຸມກຳລັງເຂົ້າໃນການຊຸກຍູ້ການແລກປ່ຽນອະລິຍະທຳລະຫວ່າງຈີນ ແລະເກຣັກ, ສົ່ງເສີມການພັດທະນາຂອງອະລິຍະທຳບັນດາປະເທດ, ເຊິ່ງມີຄວາມໝາຍ ດ້ານປະຫວັດສາດ ແລະຍຸກສະໄໝອັນສຳຄັນ.

    ປີ 2019, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມປະເທດເກຣັກທາງລັດຖະກິດ. ພາຍຫຼັງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງການນຳສອງປະເທດ, ກະກຽມສ້າງຕັ້ງສູນແລກປ່ຽນອະລິຍະທຳຈີນ-ເກຣັກ. ວັນທີ 20 ກຸມພານີ້, ພິທີສ້າງຕັ້ງສູນແລກປ່ຽນອະລິຍະທຳຈີນ-ເກຣັກໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລອາແດນທີ່ປະເທດເກຣັກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ