ອົງການການບິນພົນລະເຮືອນຟິລິບປິນຢືນຢັນວ່າໄດ້ຊອກພົບຊາກຍົນທີ່ຫາຍສາບສູນຢູ່ພູເຂົາໄຟມາຢອນ

2023-02-22 10:35:40 CRI

    ວັນທີ 21 ກຸມພານີ້, ອົງການການບິນພົນລະເຮືອນຟິລິບປິນແຈ້ງໃຫ້ຮູ້ ໂດຍຢືນຢັນຊາກຍົນທີ່ປາກົດເຫັນຢູ່ພູເຂົາໄຟມາຢອນແມ່ນຍົນເຊສນາ 340 ທີ່້ຫາຍສາບສູນໄປກ່ອນໜ້ານີ້.

 

    ອົງການການບິນພົນລະເຮືອນຟິລິບປິນໃຫ້ຮູ້ວ່າ, ຍ້ອນສະພາບອາກາດຮ້າຍແຮງຫຼາຍ, ຜູ້ກູ້ໄພເຂົ້າໃກ້ບ່ອນເກີດອຸບັດຕິ້ເຫດບໍ່ໄດ້ແຕ່ຍັງປະຕິບັດງານຢູ່. ປັດຈຸບັນຍັງບໍ່ມີຂໍ້ມູນກ່ຽວກັບ 4 ຄົນຢູ່ເທິງຍົນລຳນີ້.

 

    ນອກນັ້ນ, ບ່ອນເກີດອຸບັດຕິເຫດຢູ່ໃນເຂດອັນຕະລາຍຂອງພູເຂົາໄຟມາຢອນ, ເຂດໃກ້ກັບພູເຂົາໄຟເປັນເຂດຫ້າມບິນ. ອົງການການບິນພົນລະເຮືອນຟິລິບປິນໃຫ້ຮູ້ຕື່ມວ່າ, ປັດຈຸບັນຍັງບໍ່ຮູ້ສາເຫດວ່າເປັນຫຍັງຍົນລຳນີ້ຈຶ່ງບິນໄປສູ່ເຂດພູເຂົາໄຟ.


 

    ຕອນເຊົ້າວັນທີ 18 ກຸມພານີ້, ຍົນເຊສນາ 340 ລຳໜຶ່ງທີ່ບັນທຸກ 4 ຄົນໄດ້ບິນຂຶ້ນຈາກສະໜາມບິນສາກົນບີໂກວຂອງຟິລິບິນ ບໍ່ດົນຈິ່ງຫາຍສາບສູນໄປ.