ມາເລເຊຍຈະຍົກເລີກການຄຸ້ມຄອງແລະຄວບຄຸມລາຄາຊີ້ນໄກ່ແລະໄຂ່ໄກ່ນັບແຕ່ເດືອນມິຖຸນາປີ້ນີ້ເປັນຕົ້ນໄປ

2023-02-22 10:52:12 cri


ວັນທີ21ກຸມພານີ້, ກະຊວງກະສິກຳແລະຄວາມປອດໄພດ້ານອາຫານຂອງມາເລເຊຍແຈ້ງໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາຂາດເຂີນອາຫານ, ລັດຖະບານມາເລເຊຍຈະຍົກເລີກການຄຸ້ມຄອງແລະຄວບຄຸມລາຄາຊີ້ນໄກ່ແລະໄຂ່ໄກ່ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນໄປ.


ປັດຈຸບັນ,ຢູ່ແຫຼມມາເລ ລາຄາຊີ້ນໄກ່ສູງສຸດບໍ່ໃຫ້ເກີນ 35.800 ກີບຕໍ່ກິໂລ, ລາຄາສູງສູດ ຂອງໄຂ່ໄກ່ບໍ່ໃຫ້ເກີນ 1.640 ກີບຕໍ່ໜ່ວຍໂດຍອິງຕາມຄຸນນະພາບຕ່າງກັນ.


ເລີ່ມແຕ່ຕົ້ນປີ2022ເປັນຕົ້ນມາ, ລາຄາຊີ້ນໄກ່ແລະໄຂ່ໄກ່ຢູ່ມາເລເຊຍໄດ້ເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ,ເຮັດໃຫ້ຄ່າຄອງຊີບຂອງຜູ້ບໍລິໂພກເພີ່ມຂື້ນຢ່າງຕໍ່ເນື່ອງ. ລັດຖະບານມາເລເຊຍໄດ້ປະກາດມາດຕະການຄຸ້ມຄອງແລະຄວບຄຸມລາຄາອາຫານປະເພດດັ່ງກ່າວນັບແຕ່ເດືອນກໍລະກົດປີກາຍນີ້ເປັນຕົ້ນມາ.