ຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງເສດຖະກິດດີຈີຕອນເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ

2023-02-22 16:38:51 cri


ໃນຊຸ່ມປີມໍ່ໆມານີ້, ເສດຖະກິດດີຈີຕອນພວມກາຍເປັນພະລັງແຮງສຳຄັນໃນການປະກອບເປັນຊັບພະຍາກອນປັດໃຈຂອງໂລກຄືນໃໝ່, ການສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ແລະປ່ຽນແປງສະຖານະພາບດ້ານການແຂ່ງຂັນຢູ່ໃນໂລກ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວເນັ້ນໜັກໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນວ່າ: ຄວນເລັ່ງພັດທະນາເສດຖະກິດດີຈີຕອນ, ຊຸກຍູ້ໃຫ້ເສດຖະກິດດີຈີຕອນເຊື່ອມໂຍງເຂົ້າກັບເສດຖະກິດຮູບປະທຳຢ່າງເລິກເຊິ່ງ.

ເສດຖະກິດດີຈີຕອນມີຜົນສະທ້ອນໄປຕາມຂະໜາດຢ່າງພົ້ນເດັ່ນ ຄື: ຕະຫຼາດມີຂະໜາດໃຫຍ່ຂຶ້ນ, ສະພາບການນຳໃຊ້ເສດຖະກິດດີຈີຕອນຍິ່ງສົມບູນ ກໍຍິ່ງຈະສາມາດຊຸກຍູ້ໃຫ້ເສດຖະກິດດີຈີຕອນພັດທະນາໄປຢ່າງວ່ອງໄວ. ປັດຈຸບັນ, ຈີນພວມເສີມຂະຫຍາຍທ່າແຮງຂອງຕະຫຼາດພາຍໃນທີ່ມີຂະໜາດໃຫຍ່, ປິ່ນອ້ອມການຫັນອຸດສາຫະກຳເປັນດີຈີຕອນ ແລະການສ້າງດີຈີຕອນເປັນອຸດສາຫະກຳ, ລົງເລິກຊຸກຍູ້ເສດຖະກິດດີຈີຕອນກັບເສດຖະກິດຮູບປະທຳໃຫ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ພ້ອມທັງປະຕິບັດການປັບປຸງຂົງເຂດຕ່າງໆໃຫ້ຫັນເປັນດີຈີຕອນ ເຊັ່ນ: ຂະແໜງການອຸດສາຫະກຳການຜະລິດ, ຂະແໜງການບໍລິການ, ກະສິກຳ ແລະອື່ນໆ, ຕັ້ງໜ້າບຸກເບີກຂົງເຂດນຳໃຊ້ເສດຖະກິດດີຈີຕອນ ເພື່ອຂະຫຍາຍຜົນສະທ້ອນຂອງເສດຖະກິດດີຈີຕອນໃຫ້ເພີ່ມຂຶ້ນຫຼາຍເທົ່າ.

ຈຸດພິເສດສຳຄັນອັນໜຶ່ງຂອງເສດຖະກິດດີຈີຕອນແມ່ນການເປີດກວ້າງແລະຊົມໃຊ້ຮ່ວມກັນ. ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ຈະຮ່ວມແຮງສ້າງສະພາບແວດລ້ອມພັດທະນາເສດຖະກິດດີຈີຕອນທີ່ເປີດກວ້າງ, ກວມລວມ, ຍຸຕິທຳ, ທ່ຽງທຳ ແລະບໍ່ມີການຈຳແນກ, ຈະຊຸກຍູ້ການຮ່ວມມືສາກົນໃນດ້ານການສ້າງດີຈີຕອນເປັນອຸດສາຫະກຳ ແລະການຫັນອຸດສາຫະກຳເປັນດີຈີຕອນ ເພື່ອຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງເສດຖະກິດດີຈີຕອນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດດີຈີຕອນ.” ອີກດ້ານໜຶ່ງ, ໃນຂະບວນການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຈີນຈະເລັ່ງຊຸກຍູ້ການເຊື່ອມຈອດກັນກັບສິ່ງກໍ່ສ້າງພື້ນຖານໂຄງລ່າງແບບໃໝ່ຂອງປະເທດຕ່າງໆທີ່ຢູ່ລຽບຕາມເສັ້ນທາງ, ຕັ້ງໜ້າເຂົ້າຮ່ວມການຮ່ວມມືກັນໃນດ້ານຄົ້ນຄວ້າພັດທະນາເຕັກນິກສຳຄັນຂອງເສດຖະກິດດີຈີຕອນ, ພະຍາຍາມຍົກສູງບົດບາດອິດທິພົນຂອງຈີນໃນການວາງມາດຕະຖານກ່ຽວກັບເຕັກນິກດີຈີຕອນຕາມລະບຽບແບບແຜນ. ດ້ານໜຶ່ງ ອີກ, ຈະນຳໃຊ້ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ກອງປະຊຸມອິນເຕີເນັດໂລກ ແລະເວທີສົນທະນາອື່ນໆໃຫ້ດີ, ດຳເນີນການຮ່ວມມືທີ່ມີຫຼາຍລະດັບແລະຕິດແທດຕົວຈິງໃນຂົງເຂດດີຈີຕອນກັບປະເທດຕ່າງໆຢູ່ໃນໂລກ, ປົກປັກຮັກສາ ແລະ ປັບປຸງກົນໄກບໍລິຫານເສດຖະກິດດີຈີຕອນຫຼາຍຝ່າຍໃຫ້ດີຂຶ້ນຕື່ມອີກ.