ຈີນຈະສ້າງກຸ່ມເຂດຊຸມຊົນຕົວແບບທີ່ເປັນມິດຕໍ່ຜູ້ອາຍຸສູງ 1000 ແຫ່ງໃນປີນີ້

2023-02-22 15:20:19 cri


    ຄະນະກຳມະການສາທາລະນະສຸກ ແລະສຸຂະພາບແຫ່ງຊາດຈີນ ແລະຫ້ອງການຄະນະກຳມະການວຽກງານຜູ້ອາຍຸສູງທົ່ວປະເທດຈີນໄດ້ອອກແຈ້ງການໃນຫວ່າງມໍ່ໆມານີ້, ໂດຍແຈ້ງໃຫ້ຊາບວ່າ ຈີນຈະສ້າງກຸ່ມເຂດຊຸມຊົນຕົວແບບທີ່ເປັນມິດຕໍ່ຜູ້ອາຍຸສູງ 1000 ແຫ່ງໃນປີນີ້.

    ຜູ້ອາຍຸສູງຢູ່ຈີນຫຼາຍກວ່າ 90%ແມ່ນໃຊ້ຊີວິດໃນໄວຊະລາຢູ່ບ້ານ ຫຼືກຸ່ມເຂດຊຸມຊົນ. ຫຼາຍປີມໍ່ໆມານີ້, ແຫ່ງຕ່າງໆໄດ້ເລັ່ງການປັບປຸງໂຄງລ່າງດ້ານບໍລິການເບິ່ງແຍງດູແລຜູ້ອາຍຸສູງໃນກຸ່ມເຂດຊຸມຊົນໃຫ້ສົມບູນຂຶ້ນ, ສ້າງເຂດໃຫ້ບໍລິການເບິ່ງແຍງດູແລຜູ້ອາຍຸສູງພາຍໃນວົງລັດສະໝີ 15 ນາທີ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ອາຍຸສູງ ເຊັ່ນ: ອາຫານການກິນ, ການປິ່ນປົວພະຍາດ, ຟື້ນຟູສຸຂະພາບ, ເບິ່ງແຍງດູແລຊີວິດການເປັນຢູ່ ແລະອື່ນໆ, ເຮັດໃຫ້ຜູ້ອາຍຸສູງສາມາດຊົມໃຊ້ການບໍລິການເບິ່ງແຍງດູແລທີ່ອົບອຸ່ນ ແລະ ລະອຽດຮອບຄອບຢູ່ໜ້າເຮືອນໄດ້.