ທ່ານປູຕີນກ່າວວ່າ: ຄວາມຮັບຜິດຊອບຕໍ່ວິກິດການອູແກຣນແມ່ນຂຶ້ນກັບຝ່າຍຕາເວັນຕົກທັງໝົດ

2023-02-22 15:14:08 cri

 

    ວັນທີ 21 ກຸມພານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຂຶ້ນຜ່ານບົດລາຍງານສະພາບແຫ່ງຊາດຕໍ່ກອງປະຊຸມສະຫະພັນຣັດເຊຍ. ທ່ານກ່າວວ່າ: ຄວາມຮັບຜິດຊອບຕໍ່ວິກິດການອູແກຣນແມ່ນຂຶ້ນກັບຝ່າຍຕາເວັນຕົກທັງໝົດ.

    ທ່ານວະລາດີເມຍ ປູຕິນກ່າວຕື່ມວ່າ: ນັບແຕ່ປີ 2001 ເປັນຕົ້ນມາ, ສົງຄາມ ແລະການປະທະກັນທີ່ອາເມຣິກາກໍ່ຂຶ້ນໃນທົ່ວໂລກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 9 ແສນຄົນ, 38 ລ້ານກວ່າຄົນຕົກເປັນຜູ້ອົບພະຍົບ. ພ້ອມດຽວກັນນັ້ນ, ບໍ່ມີປະເທດໃດໄດ້ສ້າງຖານທັບຢູ່ທົ່ວໂລກ ແລະທຳລາຍຄວາມດຸນດ່ຽງດ້ານຍຸດທະສາດທົ່ວໂລກຄືກັບອາເມຣິກາ.

    ທ່ານວະລາດີເມຍ ປູຕິນກ່າວເນັ້ນໜັກວ່າ: ຄວາມຮັບຜິດຊອບດ້ານການຍຸແຍ່ໃຫ້ເກີດການປະທະກັນ, ເຮັດໃຫ້ການປະທະກັນຮຸນແຮງຂຶ້ນ, ເຮັດໃຫ້ມີຜູ້ປະສົບຄວາມເສຍຫາຍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ນນັ້ນ ແມ່ນຂຶ້ນກັບຝ່າຍຕາເວັນຕົກທັງໝົດ. ວິທີການຫຼອກລວງຂອງຝ່າຍຕາເວັນຕົກໄດ້ນຳໃຊ້ມາຫຼາຍຄັ້ງແລ້ວ. ພວກເຂົາເວົ້າຢ່າງໜຶ່ງແຕ່ເຮັດອີກຢ່າງໜຶ່ງ, ໂດຍໄດ້ທຳລາຍປະເທດຢູໂກສະລາວີ, ອີຣັກ, ລີບີ ແລະຊີຣີ. ພວກເຂົາບໍ່ສາມາດລຶບລ້າງຄວາມອັບປະຍົດແບບນີ້ໄດ້.