ມິ່ງຂວັນຂອງຊາດກັບຄືນສູ່ປະເທດຊາດ

2023-02-22 20:29:16 CRI

 

    ວັດຖຸບູຮານ ແລະ ມໍລະດົກວັດທະນະທຳໄດ້ບັນຈຸເຊື້ອສາຍຂອງປະຊາຊາດຈີນ, ແມ່ນຊັບພະຍາກອນອະລິຍະທຳອັນດີເດັ່ນຂອງປະຊາຊາດຈີນທີ່ບໍ່ສາມາດເກີດຂຶ້ນໃໝ່ໄດ້ ແລະ ບໍ່ມີສິ່ງອື່ນໃດສາມາດທົດແທນໄດ້.


    ກ່ຽວກັບວຽກງານທວງຄືນວັດຖຸບູຮານທີ່ຕົກຄ້າງຢູ່ຕ່າງປະເທດ, ສູນກາງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນແກນນຳໄດ້ໃຫ້ຄວາມສຳຄັນໃນລະດັບສູງ.


    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ຈີນໄດ້ເຊັນສັນຍາສອງຝ່າຍກັບ 24 ປະເທດ, ແລະສ້າງກົນໄກຮ່ວມມື, ເຮັດໃຫ້ວັດຖຸບູຮານຈີນ 1800 ກວ່າອັນໄດ້ກັບຄືນສູ່ປະເທດຊາດ.