ຣັດເຊຍຍຸດຕິເຂົ້າຮ່ວມ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ

2023-02-22 10:41:34 CRI

    ວັນທີ 21 ກຸມພານີ້, ໃນເວລາສະເໜີບົດລາຍງານສະພາບການຂອງລັດ,ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍປະກາດວ່າ:ຣັດເຊຍໄດ້ຍຸດຕິເຂົ້າຮ່ວມ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ.



    ທ່ານປູຕິນກ່າວວ່າ, ຖ້າອາເມຣິກາດຳເນີນການທົດລອງນິວເຄລຍ, ຣັດເຊຍກໍ່ຈະດຳເນີນການທົດລອງນິວເຄລຍທີ່ມີລະດັບເທົ່າທຽມກັນ ແຕ່ຣັດເຊຍຈະບໍ່ດຳເນີນການທົດລອງນິວເຄລຍກ່ອນ.

 

    ອາເມຣິກາ ແລະ ຣັດເຊຍໄດ້ເຊັນ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ໃນປີ 2010, ເລີ່ມມີຜົນບັງຄັບໃຊ້ແຕ່ປີ 2011 ແລະ ມີໄລຍະປະຕິບັດເປັນເວລາ 10 ປີ. ຫຼັງຈາກ “ສັນຍາກຳຈັດລູກສອນໄຟໄລຍະກາງ” ລະຫວ່າງອາເມຣິກາ ກັບ ຣັດເຊຍບັງຄັບໃຊບໍ່ໄດ້ໃນປີ 2019, ສັນຍາດັ່ງກ່າວຈິ່ງກາຍເປັນສັນຍາຄວບຄຸມດ້ານການທະຫານພຽງສະບັບດຽວລະຫວ່າງສອງປະເທດ. ວັນທີ 3 ກຸມພາປີ 2021, ອາເມຣິກາ ແລະ ຣັດເຊຍຕົກລົງແກ່ຍາວ ເວລາປະຕິບັດ“ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເຖິງວັນທີ 5 ກຸມພາປີ 2026, ສ່ວນເນື້ອໃນຂອງສັນຍາບໍ່ມີການປ່ຽນແປງ.