ເພື່ອເຮັດໃຫ້ໂລກມີຄວາມໝັ້ນຄົງກວ່າເກົ່າ ຈີນໄດ້ສະເໜີແຜນການທີ່ເປັນໄປໄດ້

2023-02-22 11:13:37 CRI

ວັນທີ 21 ກຸມພານີ້, ທາງການຈີນໄດ້ເຜີຍແຜ່ “ເອກະສານແນວຄວາມຄິດກ່ຽວກັບຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ” ເພື່ອບັນລະຍາຍທັດສະນະຄະຕິແກນກາງກ່ຽວກັບຂໍ້ລິເລີ່ມ ແລະ ໄດ້ສະເໜີ 20 ທິດທາງການຮ່ວມມືທີ່ສຳຄັນ ເຊິ່ງໄດ້ວາງ “ແຜນວາດ” ທີ່ລະອຽດກວ່າເກົ່າໃຫ້ແກ່ການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ.


ເດືອນເມສາປີ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ໂດຍໄດ້ສົ່ງເສີມການເດີນຕາມເສັ້ນທາງຄວາມໝັ້ນຄົງແບບໃໝ່ ທີ່ສົນທະນາກັນແຕ່ບໍ່ເປັນປໍລະປັກກັນ, ເປັນເພື່ອນມິດກັນແຕ່ບໍ່ເປັນພັນທະມິດກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫາກບໍ່ແມ່ນຫຼິ້ນເກມແບບຜົນລວມເປັນສູນ ເຊິ່ງໄດ້ສະໜອງທິດທາງໃໝ່ ແລະ ແນວຄວາມຄິດໃໝ່ໃຫ້ແກ່ມວນມະນຸດ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງ. ປັດຈຸບັນນີ້, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບຄວາມຊົມເຊີຍ ແລະ ການສະໜັບສະໜູນຈາກ 80 ກວ່າປະເທດແລະອົງການຈັດຕັ້ງສາກົນ.

ການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານການຄວາມໝັ້ນຄົງ, ສຳຄັນແມ່ນຕ້ອງແກ້ໄຂບັນຫາຖືກຈຸດ. ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກກ່າວເນັ້ນໜັກວ່າ: “ຍຶດໝັ້ນທັດສະນະຄວາມໝັ້ນຄົງທີ່ມີຄວາມໝັ້ນຄົງຮ່ວມກັນ, ກວມລວມ, ຮ່ວມມືກັນ ແລະ ຍືນຍົງ”, “ຍຶດໝັ້ນເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ”, “ຍຶດໝັ້ນປະຕິບັດຕາມຈຸດປະສົງ ແລະ ຫຼັກການຂອງກົດບັດແຫ່ງອົງການສະຫະປະຊາຊາດ”, “ຍຶດໝັ້ນເອົາໃຈໃສ່ຕໍ່ຄວາມສົນໃຈດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງບັນດາປະເທດ”, “ຍຶດໝັ້ນແກ້ໄຂຄວາມຂັດແຍ້ງກັນລະຫວ່າງປະເທດດ້ວຍສັນຕິວິທີ ໂດຍຜ່ານການສົນທະນາ ແລະ ປຶກສາຫາລືກັນ”, “ຍຶດໝັ້ນປະສານງານໂດຍລວມໃນການຕ້ານກັບໄພຄຸກຄາມຄວາມໝັ້ນຄົງແບບດັ້ງເດີມ ແລະ ແບບໃໝ່”. 6 “ຍຶດໝັ້ນ” ດັ່ງກ່າວໄດ້ສຸມໃສ່ຜົນປະໂຫຍດຮ່ວມຂອງມວນມະນຸດ ແລະ ກາຍເປັນເນື້ອໃນແກນກາງຂອງຂໍ້ລິເລີ່ມ.


“ເອກະສານແນວຄວາມຄິດ” ໄດ້ສະເໜີທິດທາງການຮ່ວມມືທີ່ສຳຄັນ 20 ຂໍ້ ໂດຍແນໃສ່ບັນຫາຄວາມໝັ້ນຄົງສາກົນທີ່ພົ້ນເດັ່ນທີ່ສຸດ ແລະ ຕ້ອງການແກ້ໄຂດ່ວນທີ່ສຸດໃນປັດຈຸບັນ ເຊິ່ງກວມເອົາເນື້ອໃນຫຼາຍດ້ານ ເຊັ່ນ: ເສີມຂະຫຍາຍບົດບາດຂອງອົງການສະຫະປະຊາຊາດ, ຊຸກຍູ້ການແກ້ໄຂບັນຫາເຄັ່ງຮ້ອນທາງການເມືອງ, ຮັບມືກັບສິ່ງທ້າທາຍແບບດັ້ງເດີມ ແລະ ແບບໃໝ່ທີ່ມີຕໍ່ຄວາມໝັ້ນຄົງ, ປັບປຸງການບໍລິຫານຄວາມໝັ້ນຄົງທົ່ວໂລກໃຫ້ສົມບູນຂຶ້ນ ແລະອື່ນໆ ພ້ອມທັງໄດ້ສະເໜີແນວຄວາມຄິດເພື່ອສ້າງເວທີ ແລະ ກົນໄກການຮ່ວມມືກ່ຽວກັບຂໍ້ລິເລີ່ມ ເພື່ອເຕົ້າໂຮມກຳລັງແຮງລວມໃຫ້ໄດ້ຫຼາຍກວ່າເກົ່າ ແລະແກ້ໄຂສະພາບຄວາມຫຍຸ້ງຍາກດ້ານຄວາມໝັ້ນຄົງ.

ຄວາມໝັ້ນຄົງແມ່ນສິດທິຂອງບັນດາປະເທດໃນໂລກ, ຫາກບໍ່ແມ່ນສິດທິພນເສດສະເພາະຂອງປະເທດຈຳນວນໜຶ່ງ. ເພື່ອເຮັດໃຫ້ໂລກມີຄວາມໝັ້ນຄົງກວ່າເກົ່າ, ປະເທດຕ່າງໆລ້ວນແຕ່ຕ້ອງມີນ້ຳໃຈຮັບຜິດຊອບ. ຈີນຫວັງໃຫ້ຝ່າຍຕ່າງໆຮ່ວມກັນເຂົ້າຮ່ວມຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ປະສານສົມທົບກັນຈັດຕັ້ງປະຕິບັດວິໄສທັດ ແລະ ເປົ້າໝາຍຂອງຂໍ້ລິເລີ່ມ ເພື່ອເຮັດໃຫ້ໂລກມີສັນຕິພາບ ແລະ ມີຄວາມສະຫງົບຫຼາຍກວ່າເກົ່າ.