ຈີນກ່າວວ່າ: ບໍ່ຄວນໃຫ້ຜູ້ຕ້ອງຮັບຜິດຊອບຕໍ່ເຫດການລະເບີດທໍ່ສົ່ງແກັສທຳມະຊາດນອດສະຕຣິມເຮັດຕາມລຳພັງໃຈ

2023-02-22 15:12:57 cri

 

    ວັນທີ 21 ກຸມພານີ້,  ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງຣັດເຊຍ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບເຫດການລະເບີດທໍ່ສົ່ງແກັສທຳມະຊາດນອດສະຕຣິມທີ່ເກີດຂຶ້ນໃນເດືອນກັນຍາປີ ຜ່ານມາ. ຜູ້ຕາງໜ້າຖາວອນຂອງຈີນໄດ້ກ່າວໃນກອງປະຊຸມວ່າ: ຕ້ອງສືບສວນຄວາມເປັນມາ ແລະຕ້ອງຊອກຫາຜູ້ຮັບຜິດຊອບຕໍ່ເຫດການລະເບີດທໍ່ສົ່ງອາຍທຳມະຊາດນອດສະຕຣິມ, ບໍ່ຄວນໃຫ້ຜູ້ກ່ຽວເຮັດຕາມລຳພັງໃຈ.

    ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວຕື່ມວ່າ: ທໍ່ສົ່ງແກັສທຳມະຊາດນອດສະຕຣິມແມ່ນພື້ນຖານໂຄງລ່າງຂ້າມຊາດທີ່ສຳຄັນ ແລະຊ່ອງທາງຂົນສົ່ງພະລັງງານ, ທໍ່ສົ່ງແກັສທຳມະຊາດຖືກທຳລາຍໄດ້ສົ່ງຜົນກະທົບທາງລົບອັນໃຫຍ່ຫຼວງໃຫ້ແກ່ຕະຫຼາດພະລັງງານທົ່ວໂລກ ແລະສິ່ງແວດລ້ອມນິເວດ. ຫວ່າງມໍ່ໆມານີ້, ບັນດາຝ່າຍໄດ້ຮັບຮູ້ລາຍລະອຽດປີກຍ່ອຍ ແລະຂໍ້ມູນຈຳນວນ ຫຼາຍກ່ຽວກັບທໍ່ສົ່ງແກັສທຳມະຊາດນອດສະຕຣິມຖືກທຳລາຍ, ສະພາບທີ່ກ່ຽວຂ້ອງເຮັດໃຫ້ຄົນຕົກສະເງີ້ ແລະຕ້ອງມີຄຳຕອບ.