ລະບຽບການຝ່າຍຕາເວັນຕົກທີ່ສົ່ງເສີມໃນກອງປະຊຸມຄວາມໝັ້ນຄົງມິວນິກ ຈະບໍ່ສາມາດນຳເອົາສັນຕິພາບ ແລະ ຄວາມໝັ້ນຄົງມາໃຫ້ໂລກ

2023-02-22 16:19:49 CRI

ວັນທີ 19 ກຸມພານີ້, ກອງປະຊຸມວ່າດ້ວຍຄວາມໝັ້ນຄົງມິວນິກຄັ້ງທີ 59 ໄດ້ອັດລົງຢູ່ເຢຍລະມັນ.


ໃນກອງປະຊຸມຄັ້ງນີ້, ວິກິດການອູແກຣນທີ່ຍືດເຍືອມາເປັນເວລາເກືອບ 1 ປີ ໄດ້ກາຍເປັນຈຸດສຸມຂອງກອງປະຊຸມໂດຍບໍ່ຕ້ອງສົງໄສ. ເຖິງວ່າປະເທດຕາເວັນຕົກຈຳນວນໜຶ່ງຮຽກຮ້ອງໃຫ້ສາມັກຄີ ແລະ ປະສານງານກັນ ເພື່ອສ້າງບັນຍາກາດທີ່ມີຜົນດີຕໍ່ການແກ້ໄຂວິກິດການອູແກຣນ, ແຕ່ກອງປະຊຸມວ່າດ້ວຍຄວາມໝັ້ນຄົງມິວນິກໄດ້ປະຕິເສດບໍ່ໃຫ້ຣັດເຊຍ ເຊິ່ງເປັນຝ່າຍໜຶ່ງທີ່ມີບົດບາດສຳຄັນໃນວິກິດການອູແກຣນ ເຂົ້າຮ່ວມກອງປະຊຸມເປັນ 2 ປີລຽນຕິດ ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາໃນການຊຸກຍູ້ການເຈລະຈາສັນຕິພາບຢ່າງແທ້ຈິງ, ກອງປະຊຸມຈິ່ງບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງໃນທີ່ສຸດ.

ຫົວຂໍ້ຂອງກອງປະຊຸມວ່າດ້ວຍຄວາມໝັ້ນຄົງມິວນິກຄັ້ງນີ້ແມ່ນ “ສ້າງວິໄສທັດຄືນໃໝ່” ໂດຍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ປະເທດຕາເວັນຕົກປາຖະໜາຈະສ້າງລະບຽບການທີ່ນຳພາໂດຍປະເທດຕາເວັນຕົກຄືນໃໝ່ ໂດຍສວຍໃຊ້ວິກິດການອູແກຣນ. ແຕ່ວ່າ, ຄວາມປາຖະໜາແບບນີ້ຈະບໍ່ໄດ້ຮັບການສະໜັບສະໜູນຈາກບັນດາປະເທດໃນອາຊີ ແລະ ອາຟຣິກາອັນໄພສານ, ບວກກັບຣັດເຊຍບໍ່ໄດ້ເຂົ້າຮ່ວມກອງປະຊຸມ ພ້ອມທັງພາຍໃນປະເທດຕາເວັນຕົກເອງກໍມີຄວາມເຫັນແຕກຕ່າງກັນ, ໃນທີ່ສຸດ, ຫົວຂໍ້ດັ່ງກ່າວໄດ້ເປັນພຽງຄວາມປາຖະໜາຂອງປະເທດຕາເວັນຕົກຊື່ໆ. “ບົດລາຍງານຄວາມໝັ້ນຄົງມິວນິກ” ທີ່ເຜີຍແຜ່ໃນວັນທີ 16 ກຸມພານີ້ກໍຈຳເປັນຕ້ອງຍອມຮັບເລື່ອງທີ່ວ່າ: ປະເທດຕາເວັນຕົກຕ້ອງປະເຊີນໜ້າກັບສະພາບຕົວຈິງ ທີ່ບໍ່ວ່າຢູ່ອາຊີ, ອາຟຣິກາ ແລະ ອາເມຣກາລາຕິນລ້ວນແຕ່ບໍ່ມີປະເທດໃດຈະສະໜັບສະໜູນນະໂຍບາຍລົງໂທດຣັດເຊຍຂອງໂລກຕາເວັນຕົກ, ປະເທດສ່ວນໃຫຍ່ລ້ວນແຕ່ເບື່ອໜ່າຍຕໍ່ການປົກຄອງຂອງໂລກຕາເວັນຕົກແລ້ວ.

ເວົ້າສຳລັບບັນດາປະເທດໃນອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນສ່ວນຫຼາຍແລ້ວ, “ລະບຽບການທີ່ນຳພາໂດຍໂລກຕາເວັນຕົກ” ໝາຍຄວາມວ່າ: ລັດທິລ່າເມືອງຂຶ້ນແບບໃໝ່, ສອງມາດຕະຖານ ແລະ ເບິ່ງຂ້າມຜົນປະໂຫຍດຂອງປະເທດພວມພັດທະນາ, ລະບຽບການແບບນີ້ຈະບໍ່ມີບົດບາດຢ່າງຕັ້ງໜ້າໃດໆ ຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ. ລະບຽບການສາກົນຄວນສ້າງຕັ້ງຂຶ້ນບົນພື້ນຖານຈຸດປະສົງ ແລະ ຫຼັກໝັ້ນຂອງກົດບັດອົງການສະຫະປະຊາຊາດ, ຍຶດໝັ້ນລັດທິຫຼາຍຝ່າຍ, ສ່ອງແສງໃຫ້ເຫັນເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳ ແລະ ມີຜົນດີຕໍ່ການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ, ຫາກບໍ່ແມ່ນນຳພາໂດຍປະເທດສ່ວນໜ້ອຍ, ຍິ່ງບໍ່ຄວນກາຍເປັນເຄື່ອງມືຂອງປະເທດສ່ວນໜ້ອຍ ເພື່ອປົກປ້ອງສິດເປັນເຈົ້າອຳນາດຂອງຕົນ.

ວັນທີ 18 ກຸມພານີ້, ໃນເວລາທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມາທິການວຽກງານການຕ່າງປະເທດສູນກາງຈີນເຂົ້າຮ່ວມກອງປະຊຸມວ່າດ້ວຍຄວາມໝັ້ນຄົງມິວນິກ, ທ່ານໄດ້ກ່າວຄຳປາໄສ ທີ່ພາດຫົວຂໍ້ວ່າ “ສ້າງໂລກທີ່ມີຄວາມໝັ້ນຄົງກວ່າເກົ່າ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີຂອງຈີນທີ່ຍຶດໝັ້ນແກ້ໄຂຄວາມຂັດແຍ້ງກັນດ້ວຍສັນຕິວິທີ ໂດຍຜ່ານການສົນທະນາກັນແລະປຶກສາຫາລືກັນ, ສືບຕໍ່ຢືນຢູ່ຄຽງຂ້າງຂອງສັນຕິພາບ ແລະ ຢືນຢູ່ຄຽງຂ້າງຂອງການສົນທະນາກັນ ພ້ອມທັງໄດ້ເຜີຍແຜ່ “ຫຼັກໝັ້ນຂອງຈີນກ່ຽວກັບການແກ້ໄຂວິກິດການອູແກຣນໂດຍຜ່ານຊ່ອງທາງການເມືອງ”.


ດັ່ງຄຳເວົ້າຂອງທ່ານຫວາງຢີ້ທີ່ວ່າ: ບໍ່ວ່າມີສະຖານະການຈະຫຍຸ້ງຍາກສັບສົນປານໃດກໍຕາມ, ກໍລ້ວນແຕ່ຄວນສ້າງໂອກາດໃຫ້ແກ່ສັນຕິພາບ. ບັນດາປະເທດຕາເວັນຕົກຄວນອ່ອນນ້ອມຖ່ອມຕົວ, ປະເຊີນກັບຖານະທີ່ສົມເຫດສົມຜົນຂອງປະເທດຢູ່ນອກໂລກຕາເວັນຕົກຢ່າງຖືກຕ້ອງ, ປະລະຄວາມຄິດແບບສະໄໝສົງຄາມເຢັນ ທີ່ “ນຳພາໂດຍປະເທດຕາເວັນຕົກ”  ຈິ່ງຈະສາມາດຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກໄດ້ຢ່າງແທ້ຈິງ.