ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດກອງປະຊຸມຊົ່ວຄາວເພື່ອຫາລືສະຖານະການຢູ່ແຫຼມເກົາຫຼີ

2023-02-22 10:49:20 CRI


      ຫວ່າງມໍ່ໆມານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຊົ່ວຄາວເພື່ອຫາລືກ່ຽວກັບສະຖານະການຢູ່ແຫຼມເກົາຫຼີໃນໄລຍະມໍ່ໆມານີ້.


     ທ່ານໄຕ້ປີ່ງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ອາເມຣິກາ ແລະ ປະເທດທີ່ກ່ຽວຂ້ອງດ້ານໜຶ່ງໄດ້ຊຸກຍູ້ໃຫ້ຫາລືບັນຫານິວເຄລຍຢູ່ແຫຼມເກົາຫຼີ ແຕ່ອີກດ້ານໜຶ່ງຊ້ຳພັດຖິ້ມຄວາມຮັບຜິດຊອບຂອງຕົນ, ດຳເນີນການເຄື່ອນໄຫວທີ່ລະເມີດ “ສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄລຍ” ຢູ່ພາກພື້ນອາຊີ-ປາຊິຟິກຢ່າງບັງອາດ ແລະ ດຳເນີນການຮ່ວມມືທີ່ເຮັດໃຫ້ອາວຸດ ແລະ ວັດຖຸນິວເຄລຍແຜ່ຜາຍ. ສິ່ງນີ້ບໍ່ພຽງແຕ່ໄດ້ສ້າງຜົນກະທົບທາງລົບຕໍ່ຂະບວນການປາສະຈາກນິວເຄລຍຢູ່ແຫຼມເກົາຫຼີຢ່າງຮ້າຍແຮງເທົ່ານັ້ນ, ຍັງໄດ້ເພີ່ມຄວາມສ່ຽງທີ່ຈະເກີດການປະທະກັນທາງການທະຫານໃນພາກພື້ນຢ່າງໜັກໜ່ວງ.


     ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຮັກສາຄວາມໃຈເຢັນ ແລະ ອົດກັ້ນໄວ້, ຍຶດໝັ້ນທິດທາງທີ່ຖືກຕ້ອງແຫ່ງການແກ້ໄຂສະຖຮນະການດ້ວຍວິທີທາງການເມືອງ, ຫຼີກເວັ້ນບໍ່ໃຫ້ດຳເນີນການກະທຳທີ່ອາດຈະເພີ່ມຄວາມເຄັ່ງຕຶງ ແລະ ພາໃຫ້ວິນິດໃນຢ່າງຜິດພາດຕື່ມອີກ.