ຄະນະກຳມະການສົ່ງເສີມການຄ້າສາກົນຈີນຕອບໂຕ້ບັນຊີລາຍຊື່ ອັນທີ່ວ່າ “ຕະຫຼາດທີ່ມີຊື່ສຽງບໍ່ດີ” ທີ່ອາເມຣິກາປະກາດແຕ່ຝ່າຍດຽວ

2023-02-23 10:45:38 CRI

    ໃນກອງປະຊຸມຖະແຫຼງຂ່າວທີ່ຄະນະກຳມະການສົ່ງເສີມການຄ້າສາກົນຈີນຈັດຂຶ້ນໃນວັນທີ 22 ກຸມພານີ້, ໂຄສົກກ່າວວ່າ, ໃນໄລຍະທີ່ຜ່ານມາ,ອາເມຣິກາໄດ້ປະກາດບັນຊີລາຍຊື່ອັນທີ່ວ່າ “ຕະຫຼາດທີ່ມີຊື່ສຽງບໍ່ດີ” ແຕ່ຝ່າຍດຽວໂດຍໄດ້ຈັດເອົາຕະຫຼາດ ແລະ ວິສາຫະກິດຂອງຈີນຈຳນວນໜຶ່ງເຂົ້າໃນບັນຊີລາຍຊື່ດັ່ງກ່າວ. ບົດລາຍງານສະບັບນີ້ບໍ່ໄດ້ດຳເນີນການສຳຫຼວດ ແລະ ກວດສອບ, ໃສ່ຮ້າຍປ້າຍສີຕໍ່ວິສາຫະກິດຂອງຈີນ, ນີ້ແມ່ນການກະທຳທີ່ບໍ່ມຫຼັກວິຊາການແລະ ບໍ່ມີຄວາມຮັບຜິດຊອບທີ່ສຸດ. ຄະນະກຳມະການການສົ່ງເສີມການຄ້າສາກົນຈີນ ແລະ ສະມາຄົມການຄ້າສາກົນຈີນຄັດຄ້ານຕໍ່ເລື່ອງນີ້ຢ່າງເດັດດ່ຽວ.

    ຫຼາຍປີມໍ່ໆມານີ້, ລະບຽບການປົກປັກຮັກສາສິດຊັບສິນທາງປັນຍາຂອງຈີນໄດ້ປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ລະບົບຄ່ອຍໆສົມບູນຂຶ້ນ, ການຮ່ວມມືສາກົນດ້ານສິດຊັບສິນທາງປັນຍາໄດ້ລົງເລິກຢ່າງຕໍ່ເນື່ອງ, ສະຕິດ້ານເຄົາລົບ ແລະ ປົກປັກຮັກສາສິດຊັບສິນທາງປັນຍາຂອງທົ່ວສັງຄົມຈີນໄດ້ຍົກສູງລະດັບຂຶ້ນຢ່າງເດັ່ນຊັດ, ລະດັບການປະຕິບັດຕາມລະບຽບການຂອງວິສາຫະກິດໃນຂະແໜງການຂອງຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.