“ອາເມຣິກາຕ້ອງມາກ່ອນ” ກາຍເປັນ “ອາເມຣິກາຕ້ອງມາຫຼັງ”, ການຢ້ຽມຢາມອູແກຣນຂອງທ່ານໂຈ ໄບເດັນ “ໄດ້ຕົບຫູຊາວອາເມຣິກາທຸກຄົນ!”

2023-02-23 15:36:02 cri

ວັນທີ 20 ກຸມພານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຢ້ຽມຢາມນະຄອນຫຼວງກິແອັບຂອງອູແກຣນຢ່າງກະທັນຫັນ ແລະໄດ້ປະກາດອີກຄັ້ງໜຶ່ງຈະໃຫ້ການຊ່ວຍເຫຼືອ 500 ລ້ານໂດລາສະຫະລັດແກ່ອູແກຣນ. ລັດຖະບານອາເມຣິກາໄດ້ຈັດ “ການສະແດງການເມືອງ” ຄັ້ງນີ້ຢ່າງປານີດ ແລະບັນຈົງໃນວັນປະທານາທິບໍດີແຫ່ງຊາດອາເມຣິກາ ແຕ່ພັດບໍ່ເອົາໃຈໃສ່ບັນຫາຕ່າງໆທີ່ຄົງຄ້າງພາຍໃນປະເທດ ເຊິ່ງໄດ້ຖືກຕຳໜິເປັນຢ່າງຫຼາຍ.

ວັນທີ 3 ກຸມພານີ້, ຢູ່ເມືອງປາເລັສຕິນຕາເວັນອອກ ລັດໂອໄຮໂອຂອງອາເມຣິກາໄດ້ເກີດອຸບັດເຫດລົດໄຟຕົກລາງ, ເຮັດໃຫ້ສານພິດເຄມີຮົ່ວໄຫຼຢ່າງຫຼວງຫຼາຍ, ເຊິ່ງໄດ້ສ້າງຜົນຮ້າຍຢ່າງຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນ ແລະສິ່ງແວດລ້ອມທຳມະຊາດຂອງທ້ອງຖິ່ນດັ່ງກ່າວ. ແຕ່ລັດຖະບານອາເມຣິກາພັດແຈ້ງໃຫ້ປະຊາຊົນຮູ້ວ່າ: ເມືອງປາເລັສຕິນຕາເວັນອອກແມ່ນບ່ອນປອດໄພ ເພື່ອປັດຄວາມຮັບຜິດຊອບຂອງຕົນ.

ທ່ານມາແຊວ ສະມາຊິກສະພາສູງຂອງລັດແຄນຊັສຂອງອາເມຣິກາໄດ້ປຽບທຽບຂໍ້ມູນຕ່າງໆແລ້ວກ່າວວ່າ: ລັດຖະບານອາເມຣິກາເກືອບບໍ່ໄດ້ໃຊ້ງົບປະມານຫຍັງເຂົ້າໃນການຮັບມືກັບອຸບັດເຫດສານພິດເຄມີຮົ່ວໄຫຼຢູ່ລັດໂອໄຮໂອ. ພ້ອມກັນນັ້ນ, ເວັບໄຊ “just the news” ຂອງອາເມຣິກຊີ້ອອກວ່າ: ນັບແຕ່ເກີດອຸບັດເຫດດັ່ງກ່າວຈົນຮອດປັດຈຸບັນເປັນເວລາຫຼາຍກວ່າສອງອາທິດແລ້ວ, ແຕ່ທ່ານໂຈ ໄບເດັນບໍ່ເຄີຍໄປຢ້ຽມຢາມປະຊາຊົນຂອງເມືອງປາເລັສຕິນຕາເວັນອອກຈັກເທື່ອ.

ທ່ານເຕຣັນ ໂກນາແວ ເຈົ້າຄອງເມືອງປາເລັສຕິນຕາເວັນອອກ ທີ່ເປັນບ່ອນເກີດເຫດສານພິດເຄມີຮົ່ວໄຫຼ ໄດ້ກ່າວຕຳໜິການໄປຢ້ຽມຢາມອູແກຣນຂອງທ່ານໂຈ ໄບເດັນ ຢ່າງໂມໂຫໂທໂສວ່າ: “ໃນວັນປະທານາທິບໍດີແຫ່ງຊາດອາເມຣິກາຂອງພວກເຮົາ, ລາວພັດໄປຢ້ຽມຢາມອູແກຣນ, ໃຫ້ເງິນຈຳນວນຫຼວງຫຼາຍແກ່ປະຊາຊົນເຂົາ, ຫາກບໍ່ແມ່ນໃຫ້ພວກເຮົາ. ນີ້ໝາຍຄວາມວ່າລາວບໍ່ໄດ້ເອົາໃຈໃສ່ພວກເຮົາ, ນີ້ເປັນການຕົບຫູພວກເຮົາຢ່າງມີສຽງດັງກ້ອງກັງວານທີ່ສຸດ.”

ທ່ານປາວ ໂກຊາ ສະມາຊິກສະພາຕ່ຳຂອງພັກລີພັບບລີກັນຂອງອາເມຣິກາໄດ້ລົງຄວາມຄິດເຫັນທາງ Twitter ວ່າ: ການຢ້ຽມຢາມອູແກຣນຂອງທ່ານໂຈ ໄບເດັນ ເປັນການຕົບຫູຊາວອາເມຣິກາທຸກຄົນ ໂດຍສະເພາະແມ່ນຊາວເມືອງປາເລັສຕິນຕາເວັນອອກ. ອູແກຣນບໍ່ແມ່ນໝູ່ເພື່ອນຂອງພວກເຮົາ, ຣັດເຊຍກໍບໍ່ແມ່ນສັດຕູຂອງພວກເຮົາເຊັ່ນກັນ. ຊາວເນັດອາເມຣິກາຈຳນວນບໍ່ໜ້ອຍກໍມີຄວາມບໍ່ພໍໃຈຕໍ່ການຢ້ຽມຢາມອູແກຣນຂອງທ່ານໂຈ ໄບເດັນ ໂດຍຕຳໜິວ່າ: ລາວໄດ້ເຮັດໃຫ້“ອາເມຣິກາຕ້ອງມາກ່ອນ” ກາຍເປັນ “ອາເມຣິກາຕ້ອງມາຫຼັງ”.

ໃນໂອກາດທີ່ການປະທະກັນລະຫວ່າງຣັດເຊຍກັບອູແກຣນຮຸນແຮງຂຶ້ນຄົບຮອບ 1 ປີ ທີ່ເປັນຈຸດເວລາທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ, ທ່ານໂຈ ໄບເດັນໄດ້ຢ້ຽມຢາມອູແກຣນຢ່າງກະທັນຫັນ. ເຖິງແມ່ນວ່ານີ້ເປັນການສະແດງການເມືອງຂອງທ່ານໂຈ ໄບເດັນເທົ່ານັ້ນ, ແຕ່ໄດ້ເຮັດໃຫ້ຊາວອາເມຣິກາຮັບຮູ້ຢ່າງຈະແຈ້ງວ່າ: ຢູ່ຕໍ່ໜ້າຜົນປະໂຫຍດດ້ານການເມືອງ, ອັນທີ່ເອີ້ນວ່າ “ອາເມຣິກາຕ້ອງມາກ່ອນ”ເປັນພຽງແຕ່ເລື່ອງຕະຫຼົກເທົ່ານັ້ນ. “ຕົບຫູຊາວອາເມຣິກາທຸກຄົນ” ຈຶ່ງແມ່ນທ່າທີທີ່ແທ້ຈິງຂອງນັກການເມືອງອາເມຣິກາ.