ທ່ານວາງຢີ້ພົບປະກັບທ່ານລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ

2023-02-23 11:00:59 cri


ວັນທີ22ກຸມພານີ້,ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ,ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ພົບປະກັບທ່ານເຊິເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ນະຄອນຫຼວງມົດສະກູຂອງຣັດເຊຍ.


ທ່ານວາງຢີ້ກ່າວວ່າ:ໂດຍຜະເຊີນໜ້າກັບສະພາບການສາກົນທີ່ປ່ຽນແປງຢ່າງຫຼວງຫຼາຍ, ຈີນແລະຣັດເຊຍໄດ້ຮັກສາຄວາມໝັ້ນໜຽວທາງດ້ານຍຸດທະສາດຢ່າງສະເໝີຕົ້ນສະເໝີປາຍ, ບໍ່ວ່າສະພາບການສາກົນປ່ຽນແປງໄປແນວໃດກໍຕາມ, ຈີນລ້ວນແຕ່ຍິນດີຮ່ວມກັບຣັດເຊຍຮັກສາທ່ວງທ່າຂະຫຍາຍສາຍພົວພັນທີ່ເປັນປະເທດໃຫຍ່ແບບໃໝ່ທີ່ດີ.


ທ່ານເຊິເກ ລັຟລົຟ ກ່າວວ່າ:ຣັດເຊຍຍິນດີຮ່ວມກັບຈີນເພີ່ມທະວີການປະສານສົມທົບໃນເວທີສາກົນ,ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງກັນແລະກັນຢ່າງໜຽວແໜ້ນ,ຊຸກຍູ້ລະບຽບສາກົນຂະຫຍາຍໄປສູ່ທິດທີ່ເປີດ ກວ້າງ, ສົມເຫດສົມຜົນແລະທ່ຽງທຳກວ່າເກົ່າ,ສິ່ງນີ້ເປັນໜ້າທີ່ຮັບຜິດຊອບທາງປະຫວັດສາດຂອງສອງປະເທດ.