ວິສາຫະກິດທຶນຕ່າງປະເທດ ແລະ ສະມາຄົມການຄ້າຕ່າງປະເທດທີ່ໃຫ້ສຳພາດ 98,2%ກ່າວວ່າມີຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດໃນອະນາຄົດຂອງຈີນ

2023-02-23 10:38:08 CRI

    ໃນກອງປະຊຸມຖະແຫຼງຂ່າວທີ່ຄະນະກຳມະການສົ່ງເສີມການຄ້າສາກົນຈີນຈັດຂຶ້ນໃນວັນທີ 22 ກຸມພານີ້, ໂຄສົກກ່າວວ່າ: ຄະນະກຳມະການສົ່ງເສີມການຄ້າສາກົນຈີນໄດ້ລົງສຳຫຼວດຕໍ່ວິສາຫະກິດທຶນຕ່າງປະເທດ ແລະສະມາຄົມການຄ້າຕ່າງປະເທດ 390 ແຫ່ງໃນຫວ່າງມໍ່ໆມານີ້ ໂດຍຜົນສຳຫຼວດສະແດງໃຫ້ເຫັນວ່າ, ວິສາຫະກິດ ແລະ ສະມາຄົມທີ່ໃຫ້ສຳພາດຈຳນວນ  98,2% ມີຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດໃນອະນາຄົດຂອງຈີນ.



    ວິສາຫະກິດທຶນຕ່າງປະເທດທີ່ໃຫ້ສຳພາດເຫັນວ່າ, ທິດທາງການລົງທຶນທີ່ຈະພິຈາລະນາເປັນບູລິມະສິດຢູ່ຈີນລວມມີ: ອຸດສາຫະກຳແບບໃໝ່, ອຸດສາຫະກຳກາກບອນຕ່ຳສີຂຽວ, ການກໍ່ສ້າງປະເທດຈີນທີ່ປະຊາຊົນມີສຸຂະພາບດີ, ການກໍ່ສ້າງປະເທດຈີນແບບດີຈີຕອນ, ການພັດທະນາຊົນນະບົດໃຫ້ຈະເລີນ, ໂຄງການອຸດສາຫະກຳວັດທະນະທຳອັນສຳຄັນ ແລະ ການບໍລິການດ້ານການທະນາຄານ.