ຈີນຈະນຳ ໃຊ້ມາດຕະການໃໝ່ໃນຂົງເຂດຄົ້ນຄວ້າຂັ້ນພື້ນຖານ ເພື່ອແກ້ໄຂບັນຫາການກີດຂວາງຈາກຕ່າງປະເທດ

2023-02-23 14:23:21 cri

ວັນທີ 21 ກຸມພາປີ 2023, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນແບບລວມໝູ່ໂດຍປິ່ນອ້ອມຫົວຂໍ້ “ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ”. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ຮັບຟັງການອະທິບາຍຂອງຊ່ຽວຊານແລ້ວ ໄດ້ໃຫ້ຄຳບັນລະຍາຍຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ນີ້. ເປັນຫຍັງຈີນຈຶ່ງຕ້ອງເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ? ເຮັດແນວໃດຈຶ່ງສາມາດເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ? ມາດຕະການດັ່ງກ່າວຈະນຳເອົາຜົນປະໂຫຍດແນວໃດມາໃຫ້ກັບໂລກ?


“ການຮ່ຳຮຽນແບບລວມໝູ່” ແມ່ນຫຍັງ?


ການຮ່ຳຮຽນແບບລວມໝູ່ຂອງກົມການເມືອງສູນກາງພັກຄອມມູນິດຈີນແມ່ນກົນໄກການຮ່ຳຮຽນທີ່ພັກກຳອຳນາດປັບປຸງຕົນເອງໃຫ້ສົມບູນຂຶ້ນ, ແມ່ນສີສັນພິເສດອັນພົ້ນເດັ່ນຂອງພັກຄອມມູນິດຈີນໃນການປົກຄອງບໍລິຫານປະເທດ. ໃນຖານະເປັນຄະນະນຳທີ່ຕັດສິນນະໂຍບາຍໃນພັກກຳອຳນາດ, ກຳມະການກົມການເມືອງສູນກາງພັກຈະດຳເນີນການຮ່ຳຮຽນແບບລວມໝູ່ກ່ຽວກັບບັນຫາສຳຄັນ ຫຼື ຄວາມຮັບຮູ້ໃນຂົງເຂດສະເພາະວິຊາທີ່ພົວພັນເຖິງການພັດທະນາຂອງຈີນ, ເພື່ອຍົກສູງຄວາມສາມາດ ແລະ ລະດັບການປົກຄອງບໍລິຫານປະເທດ. ການຮ່ຳຮຽນແບບລວມໝູ່ແນວນີ້ຈະຈັດຂຶ້ນ 7-8 ເທື່ອໃນທຸກໆປີ. ສຳລັບຫົວຂໍ້ໃນການຮ່ຳຮຽນແບບລວມໝູ່ຄັ້ງນີ້ຄື ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ, ປັບປຸງພື້ນຖານທີ່ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກໃຫ້ໜັກແໜ້ນກວ່າເກົ່າ.



ເປັນຫຍັງຈຶ່ງໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າຂັ້ນພື້ນຖານ?


ການຄົ້ນຄວ້າຂັ້ນພື້ນຖານຢູ່ໃນສົ້ນເລີ່ມຕົ້ນຂອງຕ່ອງໂສ້ການຄົ້ນຄວ້າວິທະຍາສາດທີ່ເລີ່ມຈາກການຄົ້ນຄວ້າໄປຫາການນຳໃຊ້ຕົວຈິງ ແລະການຜະລິດ, ດັ່ງທ່ານສີຈິ້ນຜິງກ່າວໄວ້ວ່າ: “ສ້າງພື້ນຖານໃຫ້ໜັກແໜ້ນແລ້ວ, ອາຄານແຫ່ງພາລະກິດວິທະຍາສາດເຕັກນິກຈຶ່ງສາມາດສ້າງໃຫ້ສູງໄດ້.” ປັດຈຸບັນນີ້, ໂລກໄດ້ກ້າວເຂົ້າສູ່ຍຸກສະໄໝແຫ່ງມະຫາວິທະຍາສາດ, ການເຊື່ອມໂຍງຂອງວິຊາຕ່າງໆ ແລະ ການຄົ້ນຄວ້າແບບຂ້າມວິຊາໄດ້ພັດທະນາໄປຢ່າງບໍ່ຢຸດຢັ້ງ, ການພັດທະນາຂອງວິທະຍາສາດເຕັກນິກ ແລະ ເສດຖະກິດສັງຄົມໄດ້ເຊື່ອມໂຍງເຂົ້າກັນໄວກວ່າເກົ່າ, ການແຂ່ງຂັນດ້ານວິທະຍາສາດເຕັກນິກໃນສາກົນໄດ້ຍ້າຍໄປສູ່ແນວໜ້າຂອງການຄົ້ນຄວ້າຂັ້ນພື້ນຖານ. ອີກດ້ານໜຶ່ງ, ການພັດທະນາຂອງຈີນພວມປະເຊີນໜ້າກັບການປ່ຽນແປງທີ່ເລິກເຊິ່ງ ແລະ ສັບສົນກວ່າເກົ່າ, ອາເມຣິກາຖືຈີນເປັນຄູ່ແຂ່ງຂັນທີ່ສຳຄັນ, ຮ່ວມກັບພັນທະມິດຂອງເຂົາສະກັດກັ້ນ ປິດກັ້ນ ແລະ ກົດໜ່ວງປະເທດຈີນ, ໃຊ້ມາດຕະການກີດຂວາງຕໍ່ຈີນໃນຂົງເຂດໄຮເທັກ. ທ່ານສີຈິ້ນຜິງສະເໜີວ່າ, ເພື່ອຮັບມືກັບການແຂ່ງຂັນດ້ານວິທະຍາສາດເຕັກນິກໃນສາກົນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ, ຕ້ອງເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານຢ່າງຮີບດ່ວນ, ແກ້ໄຂບັນຫາເຕັກນິກທີ່ມີລັກສະນະເປັນຂໍກຸນແຈຈາກແຫຼ່ງກຳເນີດ ແລະ ຂັ້ນພື້ນຖານ. ໃນໂຄງປະກອບການພັດທະນາແບບໃໝ່ຂອງຈີນທີ່ທ່ານສີຈິ້ນຜິງອອກແບບນັ້ນ, ແຜນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກທີ່ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນແມ່ນມີຄວາມສຳຄັນເປັນຢ່າງຍິ່ງ, ສຳລັບການຄົ້ນຄວ້າຂັ້ນພື້ນຖານແມ່ນຂອດໜຶ່ງທີ່ສຳຄັນ. ການໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າຂັ້ນພື້ນຖານ, ໄດ້ສະແດງໃຫ້ເຫັນແນວຄິດຊີ້ນຳເພື່ອແກ້ໄຂບັນຫາ, ແນວຄວາມຄິດທີ່ເປັນລະບົບກວມລວມ ແລະ ຄວາມເບິ່ງກວ້າງມອງໄກຂອງພັກຄອມມູນິດຈີນໃນການປົກຄອງບໍລິຫານປະເທດ.



ການຮ່ຳຮຽນລວມໝູ່ເທື່ອນີ້ຍັງມີຂໍ້ມູນຫຍັງແດ່ທີ່ໜ້າສົນໃຈຕື່ມອີກ?


ການຮ່ຳຮຽນລວມໝູ່ເທື່ອນີ້ໄດ້ສົ່ງສັນຍານທີ່ຕັ້ງໜ້າ ຄື: ຈີນຈະເພີ່ມທະວີການຮັບປະກັນດ້ານລະບຽບການ, ການນຳໃຊ້ງົບປະມານ ແລະການບຳລຸງສ້າງບຸຄະລາກອນໃນການຄົ້ນຄວ້າພື້ນຖານ. ທ່ານສີຈິ້ນຜິງຍັງກ່າວເປັນພິເສດວ່າ: ຈີນຈະພະຍາຍາມເພີ່ມທະວີການເປີດກວ້າງ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືໃນວົງການວິທະຍາສາດເຕັກນິກສາກົນ ເພື່ອປະກອບສ່ວນອັນໃໝ່ຫຼາຍກວ່າເກົ່າເຂົ້າໃນຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ ດ້ວຍການປະດິດສ້າງດັ້ງເດີມທີ່ສຳຄັນແລະເຕັກນິກແກນກາງທີ່ສຳຄັນຫຼາຍກວ່າເກົ່າ. ສິ່ງນີ້ເປັນການສະແດງໃຫ້ເຫັນເຖິງແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ທ່ານລິເລີ່ມຂຶ້ນມາ ທີ່ນຳໃຊ້ໃນຂົງເຂດການຄົ້ນຄວ້າພື້ນຖານ ທັງເປັນການສືບທອດແລະການພັດທະນາໂລກາທັດທີ່ “ທົ່ວໂລກເປັນຄອບຄົວດຽວກັນ” ເຊິ່ງຄົນຈີນໄດ້ປະຕິບັດມາແຕ່ບູຮານນະການ. ທ່ານສີຈິ້ນຜິງກ່າວວ່າ: ມະນຸດເຮົາຢາກແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາຮ່ວມກັນ, ແມ່ນຕ້ອງການການຮ່ວມມືສາກົນ, ການເປີດກວ້າງແລະຊົມໃຊ້ຮ່ວມກັນຫຼາຍກວ່າທຸກເວລາທີ່ຜ່ານມາ. ທ່ານກ່າວຕື່ມວ່າ: ຈີນຈະສ້າງເວທີການຮ່ວມມືດ້ານການຄົ້ນຄວ້າພື້ນຖານສາກົນ, ສ້າງຕັ້ງກອງທຶນຄົ້ນຄວ້າວິທະຍາສາດທີ່ຫັນໜ້າໄປສູ່ທົ່ວໂລກ, ເພີ່ມທະວີການເປີດປະຕູສູ່ພາຍນອກຂອງແຜນການວິທະຍາສາດເຕັກນິກແຫ່ງຊາດ, ປິ່ນອ້ອມການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານຊີວະພາບ, ການນຳໃຊ້ອະວະກາດນອກໂລກ ແລະບັນຫາອື່ນໆຂອງໂລກ, ບຸກເບີກແລະລົງເລິກການຄົ້ນຄວ້າວິທະຍາສາດຮ່ວມລະຫວ່າງຈີນກັບຕ່າງປະເທດ.