ທ່ານສີຈິ້ນຜິງເນັ້ນໜັກໃຫ້ເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານຢ່າງແທ້ຈິງ

2023-02-23 11:11:23 CRI



    ວັນທີ 21 ກຸມພານີ້, ກົມການເມືອງສູນກາງພັກຄອມມູນິດຈີນຈັດການຮ່ຳຮຽນລວມໝູ່ຄັ້ງທີ 3 ກ່ຽວກັບການເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານ.




    ໃນເວລາຈັດການຮ່ຳຮຽນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວເນັ້ນໜັກວ່າ, ການເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພື່ອບັນລຸເຕັກນິກວິທະຍາສາດລະດັບສູງໃຫ້ເພີ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແມ່ນເສັ້ນທາງທີ່ຕ້ອງຜ່ານຜ່າເພື່ອກໍ່ສ້າງປະເທດທີ່ເຂັ້ມແຂງແຮງດ້ານເຕັກນິກວິທະຍາສາດຢູ່ໃນໂລກ. ຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆຕ້ອງຈັດການເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານເຂົ້າໃນແຜນການສຳຄັນຂອງວຽກງານເຕັກນິກວິທະຍາສາດ, ປະສານງານແລະຈັດວາງແຜນການໃຫ້ເປັນເອກະພາບກັນເພີ່ມທະວີການສະໜັບສະໜູນດ້ານນະໂຍບາຍເພື່ອຊຸກຍູ້ການຄົ້ນຄວ້າຂັ້ນພື້ນຖານໃຫ້ບັນລຸການພັດທະນາທີ່ມີຄຸນນະພາບສູງ.