ຣັດເຊຍ:ຂໍ້ຕົກລົງຂອງຣັດເຊຍແມ່ນປ່ຽນຄືນໄດ້ ແຕ່ອາເມຣິກາຄວນສະແດງຈຸດຢືນທາງການເມືອງທີ່ສອດຄ່ອງກັນ

2023-02-23 10:51:46 CRI

    ວັນທີ 21 ກຸມພານີ້, ໃນເວລາທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຂຶ້ນຜ່ານບົດລາຍງານສະພາບແຫ່ງຊາດຢູ່ນະຄອນຫຼວງມົດສະກູ, ທ່ານປະກາດວ່າ ຣັດເຊຍຈະຍຸດຕິປະຕິບັດ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ.


    ມື້ດຽວກັນ, ກະຊວງການຕ່າງປະເທດຣັດເຊຍຊີ້ອອກວ່າ, ຂໍ້ຕົກລົງດັ່ງກ່າວຂອງຣັດເຊຍແມ່ນປ່ຽນຄືນໄດ້, ແຕ່ອາເມຣິກາຄວນສະແດງຈຸດຢືນທາງການເມືອງທີ່ສອດຄ່ອງກັນ.


    ໂດຍແນໃສ່ເລື່ອງກ່ຽວກັບຣັດເຊຍປະກາດຈະຍຸດຕິປະຕິບັດ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ, ທ່ານສະເຕຟານ ດູຈາກຣີກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນວັນທີ 21 ກຸມພານີ້ວ່າ, ອາເມຣິກາ ແລະ ຣັດເຊຍຕ້ອງຟື້ນຟູປະຕິບດ “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ໃນທັນທີ.ຕໍ່ກັນເລື່ອງນີ້, ຫຼັກໝັ້ນຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດແມ່ນແຈ່ມແຈ້ງທີ່ສຸດ.



     ທ່ານສະເຕຟານ ດູຈາກຣີກກ່າວຕື່ມວ່າ, “ສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ບໍ່ພຽງແຕ່ແມ່ນສິ່ງຄ້ຳປະກັນຕໍ່ຄວາມໝັ້ນຄົງຂອງສອງປະເທດອາເມຣິກາ ແລະ ຣັດເຊຍເທົ່ານັ້ນ, ຍັງແມ່ນສິ່ງຄ້ຳປະກັນຕໍ່ຄວາມໝັ້ນຄົງຂອງທົ່ວປະຊາຄົມໂລກຕື່ມອີກ.