ທ່ານຊີນກ່າງພົບປະກັບທ່ານກາວກິມຮູນ ເລຂາທິການໃຫຍ່ອາຊຽນ

2023-02-23 10:27:42 cri


ວັນທີ22ກຸມພານີ້, ທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານກາວກິມຮູນ ເລຂາທິການໃຫຍ່ອາຊຽນຢູ່ນະຄອນຫຼວງຈາກາກຕາປະເທດອິນໂດເນເຊຍ.


ທ່ານຊີນກ່າງກ່າວວ່າ: ອາຊຽນເປັນໜຶ່ງໃນບັນດາອົງການຮ່ວມມືພາກພື້ນທີ່ໄດ້ຮັບຜົນສຳເລັດຫຼາຍກວ່າໝູ່.ພາຍໃຕ້ເບື້ອງຫຼັງສະພາບການພາກພື້ນແລະສາກົນມີການປ່ຽນແປງຢ່າງຫຼວງຫຼາຍ, ຖານະອາຊຽນແມ່ນສຳຄັນກວ່າເກົ່າ. ປີນີ້ແມ່ນປີທີ່ທ່ານປະທານສີຈິ້ນຜິງສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າແລະຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຄົບຮອບ10ປີ,ທັງແມ່ນປີທີ່ຈີນເຂົ້າຮ່ວມ“ສັນຍາມິດຕະພາບແລະການຮ່ວມມືຂອງອາຊີຕາເວັນອອກສຽງໃຕ້”ຄົບຮອບ20ປີ,ຈີນຍິນດີຮ່ວມກັບອາຊຽນພ້ອມກັນຊຸກຍູ້ໃຫ້ການຮ່ວມມືຈີນ-ອາຊຽນໄດ້ຮັບຜົນງານໃໝ່.


ທ່ານກາວກິມຮູນກ່າວວ່າ: ຄອງຄອຍຮ່ວມກັບຈີນພ້ອມກັນຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນຂຶ້ນສູ່ລະດັບໃໝ່,ພ້ອມກັນປົກປັກຮັກສາສັນຕິພາບ,ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.